VOV WorldVOV World
ງານ​ບຸນດອກບານ ປີ 2026
06/03/2026 11:57
(VOVWORLD) - ຈຸດພົ້ນເດັ່ນຂອງງານບຸນປີນີ້ແມ່ນການເປີດກວ້າງຂອບຂະໜາດບັນດາກິດຈະກຳລົງຕົວຈິງວັດທະນະທຳການທ່ອງທ່ຽວຕິດພັນກັບຊຸມຊົນ ແລະ ສະຖານທີ່ມໍລະດົກ.
ງານ​ບຸນດອກບານ ປີ 2026
ຢູ່ເມືອງດ້ຽນບຽນຝູ, ການກະກຽມໄດ້ປະຕິບັດຢ່າງຮີບດ່ວນ (ພາບ: VOV) ນັບແຕ່ວັນທີ 6 – 12 ມີນາ, ຢູ່ແຂວງດຽນບຽນ ໄດ້ດຳເນີນງານບຸນດອກບານ 2026 ເຊິ່ງແມ່ນງານບຸນໃຫຍ່ທີ່ສຸດໃນປີ ດ້ວຍຫຼາຍກິດຈະກຳວັດທະນະທຳ, ການທ່ອງທ່ຽວທີ່ພົ້ນເດັ່ນ. ຈຸດພົ້ນເດັ່ນຂອງງານບຸນປີນີ້ແມ່ນການເປີດກວ້າງຂອບຂະໜາດບັນດາກິດຈະກຳລົງຕົວຈິງວັດທະນະທຳການທ່ອງທ່ຽວຕິດພັນກັບຊຸມຊົນ ແລະ ສະຖານທີ່ມໍລະດົກ. ໃນນັ້ນ, ຫໍພິພິທະພັນ ໄຊຊະນະ ດ້ຽນບຽນຝູ ແມ່ນບ່ອນຈັດຫຼາຍກິດຈະກຳວາດພາບບັນຍາກາດບັ້ນຮົບດ້ຽນບຽນຝູໃນເມື່ອກ່ອນ. ທ່ານນາງ ຫວູ້ທິຕວຽດງາ, ຜູ້ອຳນວຍການຫໍພິພິທະພັນ ໄຊຊະນະ ດ້ຽນບຽນຝູ ໃຫ້ຮູ້ວ່າ: ຫໍພິພິທະພັນ ໄຊຊະນະ ດ້ຽນບຽນຝູປາດຖະໜາຢາກນຳມາໃຫ້ແຂກທ່ອງທ່ຽວຄວາມຮູ້ສຶກຫຼາຍຢ່າງ, ບໍ່ພຽງແຕ່ຜ່ານບັນດາວັດຖຸພັນ, ເລື່ອງລາວ ໂດຍບັນດາຜູ້ນຳທ່ຽວສະເໜີເທົ່ານັ້ນ ຫາກຍັງໄດ້ລົງຕົວຈິງບັນດາການສະແດງວາດພາບປະຫວັດສາດຢ່າງໃກ້ຊິດຕົວຈິງທີ່ສຸດ, ມີຊີວິດຊີວາທີ່ສຸດ. ຜ່ານນັ້ນ, ຊ່ວຍແຂກທ່ອງທ່ຽວ ແລະ ຊາວດ້ຽນບຽນຝູມີຄວາມເຂົ້າໃຈແຈ້ງກ່ຽວກັບຄວາມລຳບາກກາກກຳ, ເຈດຈຳນົງຂອງທະຫານ ແລະ ປະຊາຊົນຫວຽດນາມ ເມື່ອປີ 1954.
TAG
VOV/VOVworld/ດ້ຽນ​ບຽນ​ຝູ/ການ​ທ່ອງ​ທ່ຽວ/ແຂກ​ທ່ອງ​ທ່ຽວ