ງານຕະຫລາດນັດທ່ອງທ່ຽວສາກົນຫວຽດນາມ 2013
18/04/2013 06:33
ງານຕະຫລາດນັດດັ່ງກ່າວມີຫົວຂໍ້ວ່າ: “ຂຸດຄົ້ນເຂດທົ່ງພຽງແມ່ນ້ຳແດງ- ກົກເຄົ້າເຫງົ້າກໍຂອງວັດທະນະທຳຫວຽດນາມ” ໄດ້ດຳເນີນໄປແຕ່ວັນທີ 18 -21/4 ຢູ່ ຮ່າໂນ້ຍ

(vovworld) - ວັນທີ15/4, ໂດຍຕອບສະຫນອງປີທ່ອງທ່ຽວແຫ່ງຊາດເຂດທົ່ງພຽງແມ່ນ້ຳແດງ- ຫາຍຟ່ອງປີ 2013, ກົມໃຫຍ່ທ່ອງທ່ຽວ, ສັງກັດກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວຫວຽດນາມ ແລະ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈັດຕັ້ງງານຕະຫລາດນັດທ່ອງທ່ຽວສາກົນ ຫວຽດນາມ 2013. ງານຕະຫລາດນັດທ່ອງທ່ຽວ ພາບ:internet ງານຕະຫລາດນັດດັ່ງກ່າວມີຫົວຂໍ້ວ່າ: “ຂຸດຄົ້ນເຂດທົ່ງພຽງແມ່ນ້ຳແດງ- ກົກເຄົ້າເຫງົ້າກໍຂອງວັດທະນະທຳຫວຽດນາມ” ໄດ້ດຳເນີນໄປແຕ່ວັນທີ 18 -21/4 ຢູ່ ຮ່າໂນ້ຍ ດ້ວຍຮ້ານວາງສະແດງ 400 ຮ້ານ, ໃນນັ້ນ ມີ 150 ຮ້ານຂອງຕ່າງປະເທດ. ເຂົ້າຮ່ວມງານຕະຫລາດນັດທ່ອງທ່ຽວປີນີ້ ມີບັນດາປະເທດຄື: ໄທ, ມາເລເຊຍ, ກຳປູເຈຍ, ເຢຍລະມັນ, ຝລັ່ງ, ອາເມລິກາ, ຍີ່ປຸ່ນ, ສເກົາຫລີ, ສິງກະໂປ. ທ່ານ Charles Chou ຜູ້ອຳນວຍການໃຫຍ່ບໍລິສັດທ່ອງທ່ຽວ Arirang ສຳນັກງານຕັ້ງຢູ່ ເຊີອູນ ປະເທດ ສເກົາຫລີ ໃຫ້ຮູ້ວ່າ:
TAG
ງານຕະຫລາດນັດ
Related






