ງານມະໂຫລານສິລະປະບັນດາປະຊາຊາດອາຊຽນ 2014 ຢູ່ກຳປູເຈຍ
22/11/2014 10:49
(vovworld)- ງານມະໂຫລານສິລະປະບັນດາປະຊາຊາດອາຊຽນ 2014 ຖືກຈັດຂຶ້ນຢູ່ພະນົມເປັນປະເທດກຳປູເຈຍແຕ່ວັນທີ 21/11 ຫາວັນທີ 23/11...

ງານມະໂຫລານສິລະປະບັນດາປະຊາຊາດອາຊຽນ 2014 ຖືກຈັດຂຶ້ນຢູ່ພະນົມເປັນປະເທດກຳປູເຈຍ (vovworld)- ງານມະໂຫລານສິລະປະບັນດາປະຊາຊາດອາຊຽນ 2014 ຖືກຈັດຂຶ້ນຢູ່ພະນົມເປັນປະເທດກຳປູເຈຍແຕ່ວັນທີ 21/11 ຫາວັນທີ 23/11 . ທີ່ງານມະໂຫລານ, ມີບັນດາລາຍການສະແດງຟ້ອນລຳທຳເພງ, ດົນຕີພື້ນເມືອງທີ່ເປັນເອກະລັກສະເພາະ, ແນະນຳສິ່ງທີ່ຍອດຍິ່ງໃນຂົງເຂດສິລະປະພື້ນເມືອງຂອງຕົນ. ງານມະໂຫລານສິລະປະບັນດາປະຊາຊາດອາຊຽນ 2014 ຍັງແມ່ນໂອກາດຊ່ວຍບັນດານັກສິລະປີນອາຊຽນໄດ້ແລກປ່ຽນບົດຮຽນໃນການຮັກສາ ແລະ ພັດທະນາວັນທະນະທຳຂອງຕົນ. ຕ່າງໜ້າໃຫ້ຫວຽດນາມ ແມ່ນຄະນະສິລະປະກອນ ໂຮງລະຄອນສິລະປະເຫ້ວ ໄດ້ເຂົ້າຮ່ວມ ງານມະໂຫລານສິລະປະບັນດາປະຊາຊາດອາຊຽນ 2014 ຊຶ່ງໄດ້ສະແດງບັນດາບົດເພງ, ວາດຟ້ອນທີ່ຍ້ອງຍໍສັນລະເສີນຄວາມງາມຂອງປະເທດຊາດ ແລະ ຊາວຫວຽດນາມ.
TAG
vov/vovworld/ງານມະໂຫລານ
Related






