VOV WorldVOV World
ງານສະແດງຫົວເລື່ອງ “ວັດຖຸສິ່ງຂອງທີ່ສັກສິດຫວຽດນາມ”
28/10/2015 11:07
(vovworld)- ມີ​ວັດ​ຖຸ​ພັນ​ເກືອບ 100 ຢ່າງ​ທີ່​ເປັນ​ຕົວ​ແທນ​ກ່ຽວ​ກັບ​ວັດ​ຖຸ​ສິ່ງ​ຂອງ​ທີ່​ສັກ​ສິດ​ພວມ​ຖືກ​ນຳ​ມາ​ວາງ​ສະ​ແດງ​....
ງານສະແດງຫົວເລື່ອງ “ວັດຖຸສິ່ງຂອງທີ່ສັກສິດຫວຽດນາມ”
ຮູບ​ປັ້ນ​ງູ​ຫົວ​ຄົນ​ທີ່​ມີ​ມາ​ແຕ່​ສະ​ໄໝ​ລາດ​ຊະ​ວົງ​ຫງວຽນ (vovworld)- ມີ​ວັດ​ຖຸ​ພັນ​ເກືອບ 100 ຢ່າງ​ທີ່​ເປັນ​ຕົວ​ແທນ​ກ່ຽວ​ກັບ​ວັດ​ຖຸ​ສິ່ງ​ຂອງ​ທີ່​ສັກ​ສິດ​ພວມ​ຖືກ​ນຳ​ມາ​ວາງ​ສະ​ແດງ​ຢູ່​ຫໍ​ພິ​ພິ​ທະ​ພັນ​ປະ​ຫວັດ​ສາດ​ແຫ່ງ​ຊາດ​ເມື່ອ​ວັນ​ທີ 28/10. ບັນ​ດາ​ວັດ​ຖຸ​ພັນ​ທີ່​ນຳ​ມາ​ວາງ​ສະ​ແດງ​ຢູ່​ທີ່ນີ້ ແມ​່ນ​ມີ​ມາ​ແຕ່​ສະ​ໄໝ​ລາດ​ຊະ​ວົງ​ຫງວຽນ. ທ່ານ​ຝ້າມ​ວັນ​ດ​ວານ ຮອງ​ຜູ້​ອຳ​ນວຍ​ການ ຫໍ​ພິ​ພິ​ທະ​ພັນ​ປະ​ຫວັດ​ສາດ​ແຫ່ງ​ຊາດ​ ໃຫ້​ຮູ້ວ​່າ :        “ ນີ້​ແມ່ນ​ຫົວ​ເລື່ອງ​ທີ່ ຫໍ​ພິ​ພິ​ທະ​ພັນ​ປະ​ຫວັດ​ສາດ​ແຫ່ງ​ຊາດ​​ເອົາ​ໃຈ​ໃສ່​ທີ່​ສຸດ ດ້ວຍ​ຄວາມ​ຫວັງ​ເຮັດ​ແນວ​ໃດ​ເພື່ອ​ສ້າງ​ຊຸດ​ວັດ​ຖຸ​ພັນ ແນະ​ນຳ​ກ່ຽວ​ກັບ​ວັດ​ຖຸ​ສິ່ງ​ຂອງ​ທີ່​ສັກ​ສິດ​ຂອງ​ຫວຽດ​ນາມ, ຜ່ານນັ້ນ ກໍ​ສ່ອງ​ແສງ​ບັນ​ດາ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາ​ະ​ທີ່​ສຸດ​ກ່ຽວ​ກັບ​ປະ​ຫວັດ​ສາດ​ຫວຽດ​ນາມ​ໃນ​ຕະຫຼອດ​ໄລ​ຍະ​ປະ​ຫວັດ​ສາ​ຂອງ​ຊາດ. ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ຫວັງ​ຢາກ​ແນະ​ນຳ​ຢ່າງ​ຄົບ​ຖ້ວນ ແລະ ຮອບ​ດ້ານ​ກ່ຽວ​ກັບ​ວັດ​ຖຸ​ສິ່ງ​ຂອງ​ທີ່​ສັກ​ສິດ​ຂອງ​ຫວຽດ​ນາມ. ນີ້​ແມ່ນ​ວັດ​ຖຸ​ພັນ​ທີ່ມ​ີມາ​ແຕ່​ສະ​ໄໝ​ປະ​ຖົມ​ບູ​ຮານ​ຕ​ະຫຼອດ​ຮອດ​ໄລ​ຍະ​ມໍ່ໆ​ມານີ້”
TAG
vovworld/ວັດ​ຖຸ​ພັນ