ງານວາງສະແດງ ແດງ “ 2 ເອື້ອຍນ້ອງ - 2 ສະໜາມຮົບ”
06/03/2015 11:49
(vovworld)- ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ ( 8/3 ), 55 ປີ ແຫ່ງວັນສ້າງຕັ້ງກອງກຳລັງທະຫານຍິງ ແລະ 50 ປີແຫ່ງຂະບວນການ 3 ດີ...

ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຫງວຽນທ້ຽນເຍີນ ມາຊົມງານວາງສະແດງ “ 2 ເອື້ອຍນ້ອງ - 2 ສະໜາມຮົບ” (ພາບ:baophunu) (vovworld)- ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ ( 8/3 ), 55 ປີ ແຫ່ງວັນສ້າງຕັ້ງກອງກຳລັງທະຫານຍິງ ແລະ 50 ປີແຫ່ງຂະບວນການ 3 ດີ, ຕອນເຊົ້າວັນທີ 6/3, ຫໍພິພິທະພັນແມ່ຍິງຫວຽດນາມ ໄດ້ສົມທົບກັບ ຫໍພິພິທະພັນແມ່ຍິງພາກໃຕ້, ຫໍພິພິທະພັນແມ່ຍິງແຂວງ ນາມດິ້ງ ຈັດງານວາງສະແດງ “ 2 ເອື້ອຍນ້ອງ - 2 ສະໜາມຮົບ”. ງານວາງສະແດງໄດ້ວາດພາບເຖິງຊີວິດແຫ່ງການຕໍ່ສູ້, ອອກແຮງງານຂອງແມ່ຍິງໃນສົງຄາມຜ່ານຄວາມຊົງຈຳຂອງບັນດາຕົວພະຍານຫຼັກຖານປະຫວັດສາດ. ກ່າວຄຳເຫັນທີ່ພິທີໄຂ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຫງວຽນທ້ຽນເຍີນເນັ້ນໜັກວ່າ : “ ເມື່ອອາເມລິກາດຳເນີນສົງຄາມຢູ່ພາກເໜືອນັ້ນ, ປະຊາຊົນພາກເໜືອ, ພິເສດແມ່ນແມ່ຍິງມີບົດບາດສຳຄັນ, ເບິ່ງແຍງພໍ່ແມ່, ເຮັດວຽກບ້ານການເຮືອນ, ໄຮ່ນາຮົ້ວສວນ, ລະດົມກຳລັງໃຈແກ່ຜົວ, ຍາດພີນ້ອງຂອງຕົນອອກສະໜາມຮົບ. ງານວາງສະແດງຄັ້ງນີ້ແມ່ນເພື່ອຊ່ວຍໃຫ້ທຸກໆຄົນຮູ້ເຖິງການຕໍ່ສູ້, ເສຍສະຫຼະຂອງແມ່ຍິງຄືແນວໃດ ເພື່ອຈະມີຄວາມເອກອ້າງທະນົງໃຈຕໍ່ປະເທດຊາດ ແລະ ແມ່ຍິງຫວຽດນາມ ”.
TAG
vov/vovworld/ແມ່ຍິງ
Related






