ງານວາງສະແດງແຜນທີ່ແລະເອກະສານກ່ຽວກັບໝູ່ເກາະຮ່ວາງຊາ-ເຈື່ອງຊາຂອງຫວຽດນາມ
15/12/2013 09:07
(vovworld)-ງານວາງສະແດງແຜນທີ່ ແລະ ເອກະສານກ່ຽວກັບໝູ່ເກາະຮ່ວາງຊາ ແລະ ເຊື່ອງຊາຂອງຫວຽດນາມ-ພະຍານຫລັກຖານປະຫວັດສາດ

ງານວາງສະແດງແຜນທີ່ກ່ຽວກັບໝູ່ເກາະຮ່ວາງຊາ ແລະ ເຊື່ອງຊາ photo:vnexpress.net (vovworld)-ງານວາງສະແດງແຜນທີ່ ແລະ ເອກະສານກ່ຽວກັບໝູ່ເກາະຮ່ວາງຊາ ແລະ ເຊື່ອງຊາຂອງຫວຽດນາມ-ພະຍານຫລັກຖານປະຫວັດສາດ ໂດຍຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 15/12 ຢູ່ ຮ່າໂນ້ຍ. ທີ່ງານວາງສະແດງ, ຄະນະຈັດຕັ້ງໄດ້ແນະນຳບັນດາເອກະສານກ່ຽວຂ້ອງເຖິງອະທິປະໄຕທະເລໝູ່ເກາະຂອງຫວຽດນາມສຳລັບໝູ່ເກາະຮ່ວາງຊາ ແລະ ເຊື່ອງຊາ. ບັນດາເນື້ອໃນພື້ນຖານແມ່ນສຸມໃສ່ໄລຍະຕົ້ນສັດຕະວັດທີ XVII ຮອດທ້າຍສັດຕະວັດທີ XIX ແມ່ນໄລຍະຫວຽດນາມ ຢືນຢັນ ແລະ ປະຕິບັດອະທິປະໄຕຂອງຕົນຢູ່ ຮ່ວາງຊາ ແລະ ເຈື່ອງຊາ ແລະ ແຜນທີ່ຫວຽດນາມທີ່ຫາກໍ່ໄດ້ປະກາດໃຊ້. ຍອດຈຳນວນແຜນທີ່ ແລະ ເອກະສານນຳມາວາງສະແດງຄັ້ງນີ້ລວມມີ: ແຜນທີ່ 58 ແຜ່ນ, ເອກະສານ 33 ສະບັບ, ປື້ມ 31 ຫົວ ແລະ ບົດເສັງກ່ຽວກັບຮ່ວາງຊາ ແລະ ເຈື່ອງຊາ.
TAG
vovworld/vov/ພະຍານຫລັກຖານປະຫວັດສາດ
Related






