VOV WorldVOV World
ງານວາງສະແດງ“ການແກ້ໄຂລູກລະເບີດບໍ່ທັນແຕກຫລັງສົງຄາມເພື່ອຊີວິດສະຫງົບສຸກ
25/03/2013 10:22
ງານ​ວາງສະ​ແດງ“ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ລູກ​ລະ​ເບ​ີດບໍ່​ທັນ​ແຕກ​ຫລັງ​ສົງຄາມ​ເພື່ອ​ຊີວິດ​ສະຫງົບ​ສຸກ” ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 25/3
ງານວາງສະແດງ“ການແກ້ໄຂລູກລະເບີດບໍ່ທັນແຕກຫລັງສົງຄາມເພື່ອຊີວິດສະຫງົບສຸກ
ພາບ:internet (vovworld)-  ງານ​ວາງສະ​ແດງ“ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ລູກ​ລະ​ເບ​ີດບໍ່​ທັນ​ແຕກ​ຫລັງ​ສົງຄາມ​ເພື່ອ​ຊີວິດ​ສະຫງົບ​ສຸກ” ຖື​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 25/3 ຢູ່ ຫໍພິພິດ​ຕະພັນຊ່າງ​ແສງຢູ່ ນະຄອນຫລວງ ຮ່າ​ໂນ້ຍ. ງານ​ວາງສະ​ແດງ​ດັ່ງກ່າວ​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ຕອບ​ສະຫນອງ​ວັນ​ໂລກ​ປ້ອງ​ກັນ ​ແລະ ຕ້ານ​ລູກ​ລະ​ເບີດ ຄື​ວັນ​ທີ 4/4. ງານ​ວາງສະ​ແດງ​ໄດ້​ແນະນຳ​ບັນດາ​ວັດ​ຖຸພັນ, ຮູບ​ພາບ, ​ເອກະສານ ກ່ຽວ​ກັບ​ສະພາບ​ຕົວ​ຈິງ, ຜົນ​ຮ້າຍ​ຢ້ອນ​ຫລັງ ​ແລະ ໝາກຜົນ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຂອງ​ລູກ​ລະ​ເບີດ​ບໍ່​ທັນ​ແຕກຫລັງ​ສົງຄາມ, ທະຫານ​ຊ່າງ​ແສງ​ກັບ​ວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫລັງ​ຈາກ​ລູກ​ລະ​ເບີດ, ປະຊາ​ຄົມ​ສາກົນ​ຫນູນ​ຊ່ວຍ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ລູກ​ລະ​ເບີດ. ພົນ​ຈັດ​ຕະວາ ​ເລ​ຟຸກງວຽນ, ຮອງ​ຫົວຫນ້າ​ອະນຸ​ກຳມະການ​ໂຄສະນາ, ຄະນະ​ຊີ້​ນຳ​ໂຄງການ​ດຳ​ເນີນ​ງານ​ແຫ່ງ​ຊາດກ່ຽວ​ກັບ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ລູກ​ລະ​ເບີດ​ບໍ່​ທັນ​ແຕກ​ຫລັງ​ສົງຄາມ ​ໃຫ້​ຮູ້​ວ່າ:        
TAG
ລູກລະເບີດ