ງານວາງສະແດງຮູບພາບ ຄວາມຮູ້ສຶກກ່ຽວກັບໝູ່ເກາະເຈື່ອງຊາ
04/08/2012 09:55
“ຄວາມຮູ້ສຶກກ່ຽວກັບໝູ່ເກາະເຈື່ອງຊາ” ແມ່ນງານວາງສະແດງຮູບພາບຂອງນັກຖ່າຍຮູບ Vu Anh Tuan ໂດຍຫນັງສືພິມເຍີນເຢີນ ຈັດຕັ້ງຂຶ້ນ ຈະຖືກໄຂຂຶ້ນໃນວັນທີ 8/8 ຢູ່ ຮ່າໂນ້ຍ

ເກາະ ເຈື່ອງຊາ ພາບ: internet (vovworld) - “ຄວາມຮູ້ສຶກກ່ຽວກັບໝູ່ເກາະເຈື່ອງຊາ” ແມ່ນງານວາງສະແດງຮູບພາບຂອງນັກຖ່າຍຮູບ Vu Anh Tuan ໂດຍຫນັງສືພິມເຍີນເຢີນ ຈັດຕັ້ງຂຶ້ນ ຈະຖືກໄຂຂຶ້ນໃນວັນທີ 8/8 ຢູ່ ຮ່າໂນ້ຍ. ງານວາງສະແດງຈະແນະນຳໃຫ້ຜູ້ຊົມຮູບພາບ 68 ແຜ່ນທີ່ໄດ້ຮັບການຄັດເລືອກຈາກຮູບພາບນັບພັນແຜ່ນຂອງນັກຖ່າຍຮູບ Vu Anh Tuan. ງານວາງສະແດງປະກອບສ່ວນສະແດງໃຫ້ເຫັນສະຕິຄວາມຮັບຮູ້, ອາລົມຈິດຂອງພົນລະເມືອງ ຫວຽດນາມ ທັງເປັນນັກຖ່າຍຮູບຍາມໃດກໍມຸ່ງໄປເຖິງໝູ່ເກາະ ເຈື່ອງຊາ ຊຶ່ງເປັນສ່ວນຫນຶ່ງບໍ່ອາດຕັດແຍກອອກຈາກປະເທດຊາດ, ຊາວ ຫວຽດນາມ. ງານວາງສະແດງດັ່ງກ່າວໄດ້ແບ່ງເປັນສາມພາກຄື: ທັດສະນີຍະພາບຂອງເກາະບາງແຫ່ງໃນໝູ່ເກາະເຈື່ອງຊາ; ພະນັກງານນັກຮົບໃນການອອກແຮງງານ, ຮຳ່ຮຽນ, ຝຶກຊ້ອມປະຈຳວັນ; ແລະ ຮູບພາບຈຳນວນຫນຶ່ງຜ່ານການສັງເກດຂອງນັກຖ່າຍຮູບ.
TAG
ໝູ່ເກາະ/ຄວາມຮູ້ສຶກ
Related






