ອັງກິດຈັດຕັ້ງພິທີໄຫວ້ອາໄລອະດີດນາຍົກລັດຖະມົນຕີອັງກິດ Margaret Thatcher
18/04/2013 06:32
ຕອນບ່າຍວັນທີ 17/4, ພິທີໄຫວ້ອາໄລນາຍົກລັດຖະມົນຕີອັງກິດ, ທ່ານນາງ Margaret Thatcher ຖືກດຳເນີນໄປຢູ່ໂບດ St. Paul ຢູ່ນະຄອນຫລວງ ລອນດອນ

ພິທີໄຫວ້ອາໄລອະດີດນາຍົກລັດຖະມົນຕີອັງກິດ, ທ່ານນາງ Margaret Thatcher ພາບ:TTXVN/guardian.co.uk (vovworld) - ຕອນບ່າຍວັນທີ 17/4, ພິທີໄຫວ້ອາໄລອະດີດນາຍົກລັດຖະມົນຕີອັງກິດ, ທ່ານນາງ Margaret Thatcher ຖືກດຳເນີນໄປຢູ່ໂບດ St. Paul ຢູ່ນະຄອນຫລວງ ລອນດອນ ຕາມພິທີກຳຂອງກອງທັບ ໂດຍມີການເຂົ້າຮ່ວມຂອງ ລາຊີນີ ອັງກິດ Elizabeth II, ນາຍົກລັດຖະມົນຕີອັງກິດ David Cameron ແລະ ແຂກຖືກເຊີນປະມານ 2.300 ທ່ານທີ່ມາຈາກ 170 ປະເທດ. ພິທີໄຫວ້ອາໄລທ່ານນາງ Thatcher ດຳເນີນໄປໃນເງື່ອນໄຂຄວາມສະຫງົບປອດໄພໄດ້ຮັບການປ້ອງກັນຢ່າງເຂັ້ມງວດ ໂດຍມີການເຂົ້າຮ່ວມຂອງຕຳຫລວດອັງກິດ 4.000 ຄົນ. ບັນດາສຳນັກງານຂອງອົງການລັດຖະບານລ້ວນແຕ່ຊັກທຸງລົງເຄິ່ງເສົາ ແລະ ຢູ່ສອງຟາກທາງມີປະມານ 4000 ຄົນຢືນລໍຖ້າໂລງສົບຂອງທ່ານນາງ Thatcher ໄປຜ່ານເພື່ອສະແດງຄວາມສັ່ງລາທ່ານນາງອະດີດນາຍົກລັດຖະມົນຕີຍິງຜູ້ທຳອິດຂອງປະເທດອັງກິດທັງແມ່ນຜູ້ຍິງທຳອິດຂອງເອີລົບທີ່ດຳລົງຕຳ່ແຫນ່ງ ນາຍົກລັດຖະມົນຕີ (1979-1990)
TAG
ໄຫວ້ອາໄລ
Related






