ຮອງນາຍົກລັດຖະມົນຕີ ຫວູວັນນິງ ເຮັດວຽກຢູ່ແຂວງບາກລຽວ
04/07/2013 10:48
(vovworld) – ວັນທີ 4/7, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ພ້ອມກັບຄະນະປະຕິບັດງານລັດຖະບານໄດ້ເຮັດວຽກຢູ່ແຂວງບາກລຽວ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມໃນ 6 ເດືອນຕົ້ນປີ 2013
ຮອງນາຍົກລັດຖະມົນຕີ ຫວູວັນນິງ ເຮັດວຽກຢູ່ແຂວງບາກລຽວ (ພາບ: VGP/Xuân Tuyến) (vovworld) – ວັນທີ 4/7, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ພ້ອມກັບຄະນະປະຕິບັດງານລັດຖະບານໄດ້ເຮັດວຽກຢູ່ແຂວງບາກລຽວ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມໃນ 6 ເດືອນຕົ້ນປີ 2013 ແລະ ປະຕິບັດໂຄງການຈຸດໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່. ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ສະເໜີໃຫ້ແຂວງບາກລຽວ ໃນໄລຍະຈະມາເຖິງຄວນສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດ ດຳເນີນທຸລະກິດ, ແກ້ໄຂໜີ້ເສຍ, ລາຍຮັບງົບປະມານໃນທ້ອງຖີ່ນ. ຄຽງຂ້າງນັ້ນຕ້ອງປະຕິບັດບັນດານະໂຍບາຍຮັບປະກັນຊີວິດສັງຄົມ, ເອົາໃຈໃສ່ເບິ່ງແຍງເຖິງຄົນທຸກຍາກ; ກໍ່ຄືກຳນົດຢ່າງຈະແຈ້ງວ່າ ໂຄງການກໍ່ສ້າງຊົນນະບົດໃໝ່ ແມ່ນໂຄງການສຳຄັນທີ່ມີລັກສະນະຍຸດທະສາດ, ຍາວນານ ດັ່ງນັ້ນຕ້ອງໄດ້ຮັບການປະຕິບັດເປັນປະຈຳ. ທາງແຂວງຄວນຂະຫຍາຍບັນດາແບບຢ່າງທີ່ດີ, ມີປະສິດທິຜົນ ໃນການລະດົມແຫຼ່ງທຶນຈາກປະຊາຊົນ.
TAG
ພັດທະນາເສດຖະກິດ - ສັງຄົມ
Related






