ຮອງນາຍົກລັດຖະມົນຕີຈີນ ຈາງກາວລີ ພົບປະກັບບັນດາຜູ້ຊົງຄຸນວຸດທິມິດຕະພາບກັບຈີນ
18/07/2015 12:01
vovworld)- ທີ່ການພົບປະກັບບັນດາຜູ້ຊົງຄຸນວຸດທິມິດຕະພາບກັບຈີນເມື່ອຕອນເຊົ້າວັນທີ 18/7 ຢູ່ຫໍພິພິທະພັນໂຮ່ຈິມິນ...

ທ່ານຮອງນາຍົກລັດຖະມົນຕີຈີນ ຈາງກາວລີ (vovworld)- ທີ່ການພົບປະກັບບັນດາຜູ້ຊົງຄຸນວຸດທິມິດຕະພາບກັບຈີນເມື່ອຕອນເຊົ້າວັນທີ 18/7 ຢູ່ຫໍພິພິທະພັນໂຮ່ຈິມິນທີ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຈີນ ຈາງກາວລີ ໃຫ້ຮູ້ວ່າ ພ້ອມກັບບັນດາການເຮັດວຽກ, ພົບປະກັບບັນດາການນຳພັກ, ລັດຖະບານຫວຽດນາມ, ການຢ້ຽມຢາມຫວຽດນາມຂອງຄະນະໃນຄັ້ງນີ້ ເປັນການປະກອບສ່ວນເປີດກ້ວາງການພົວພັນປະຊາຊົນ 2 ປະເທດ. ທ່ານຮອງນາຍົກລັດຖະມົນຕີຈີນ ຈາງກາວລີ ເນັ້ນໜັກເຖິງນ້ຳໃຈມິດຕະພາບລະຫວ່າງຈີນ ແລະ ຫວຽດນາມ ຄວນສືບຕໍ່ໄດ້ຮັບການປັບປຸງ ແລະ ພັດທະນາ, ປະກອບສ່ວນຮັບໃຊ້ກິດຈະການສ້າງສາ ແລະ ພັດທະນາຢູ່ແຕ່ລະປະເທດ.
TAG
vovworld/ຈີນ/ຫວຽດນາມ
Related






