ນັກການເມືອງຂຶ້ນກັບພັກສາທາລະນະຜູ້ທີ15ຖະແຫລງວ່າຈະອອກຫາສຽງເລືອກຕັ້ງປະທານາທິບໍດີອາເມລິກາ
14/07/2015 11:04
vovworld)-ການຊ່ວງເສັງເຂົ້າທຳນຽບຂາວສືບຕໍ່ຕ້ອນຮັບຜູ້ອອກສະໝັກຮັບເລືອກຕັ້ງອີກທ່ານຫນຶ່ງ ພາຍຫລັງຜູ້ວ່າການລັດ Wisconsin

ຜູ້ວ່າການລັດ Wisconsin, ທ່ານ Scott Walker ພາບ:baotintuc.vn (vovworld)-ການຊ່ວງເສັງເຂົ້າທຳນຽບຂາວສືບຕໍ່ຕ້ອນຮັບຜູ້ອອກສະໝັກຮັບເລືອກຕັ້ງອີກທ່ານຫນຶ່ງ ພາຍຫລັງຜູ້ວ່າການລັດ Wisconsin, ທ່ານ Scott Wallker, ວັນທີ 13/7 ຖະແຫລງຫາສຽງເລືອກຕັ້ງເປັນຜູ້ຕາງຫນ້າໃຫ້ພັກສາທາລະນະ ໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ ປີ 2016. ດ້ວຍຖະແຫລງດັ່ງກ່າວ, ທ່ານ Wallker ອາຍຸ 47 ປີ ໄດ້ກາຍເປັນນັກການເມືອງຂຶ້ນກັບພັກສາທາລະນະຜູ້ທີ 15 ເຂົ້າຮ່ວມການຊ່ວງເສັງເປັນຜູ້ຕາງຫນ້າຂອງພັກນີ້ໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ ປີ 2016. ຖັດຈາກທ່ານ Scott Walker ຜູ້ວ່າການລັດ Wisconsin, ພັກສາທາລະນະ ມີຜູ້ວ່າການລັດ Ohio John Kasich ຕື່ມອີກ ຄາດວ່າຈະຖະແຫລງອອກຫາສຽງເລືອກຕັ້ງໃນທ້າຍເດືອນນີ້.
TAG
vovworld/ສະໝັກຮັບເລືອກຕັ້ງ
Related






