ຍີ່ປຸ່ນຜັນຂະຫຍາຍລະບົບປ້ອງກັນລູກສອນໄຟ PAC-3ເຖິງ Okinawa
19/04/2013 09:54
ຕອນບ່າຍວັນທີ 18/4, ກຳລັງປ້ອງກັນຍີ່ປຸ່ນ ໄດ້ເລີ່ມຕົ້ນຜັນຂະຫຍາຍລູກສອນໄຟ Patriot Advanced Capability 3 ເຖິງແຂວງພາກໃຕ້ Okinawa

ລູກສອນໄຟ Patriot ພາບ: cpv.org.vn (vovworld) - ຕອນບ່າຍວັນທີ 18/4, ກຳລັງປ້ອງກັນຍີ່ປຸ່ນ ໄດ້ເລີ່ມຕົ້ນຜັນຂະຫຍາຍລູກສອນໄຟ Patriot Advanced Capability 3 ເຖິງແຂວງພາກໃຕ້ Okinawa. ບັນດາລູກສອນໄຟປະເພດດັ່ງກ່າວແມ່ນຈາກຖານທີ່ໝັ້ນກອງທັບອາກາດ Hamamatsu ຂຶ້ນກັບແຂວງ Shizuoka ພາກກາງຍີ່ປຸ່ນ. ກະຊວງປ້ອງກັນປະເທດຍີ່ປຸ່ນ ໄດ້ວາງແຜນການຈັດວາງລະບົບປ້ອງກັນລູກສອນໄຟປະເພດດັ່ງກ່າວເປັນປະຈຳຢູ່ແຂວງ Okinawa ໃນເດືອນ 3/2015 ແຕ່ໄດ້ປະຕິບັດແຜນການນີ້ໄວກວ່າການກຳນົດເພື່ອເພີ່ມທະວີຄວາມສາມາດປ້ອງກັນໃນກໍລະນີ ສປປ ເກົາຫລີຍິງລູກສອນໄຟນຳວິຖີ.
TAG
ລູກສອນໄຟ
Related






