VOV WorldVOV World
ຮຽກຮ້ອງຈີນເຄົາລົບກົດໝາຍສາກົນ, ຖອນຮ້ານ ເຈາະນ້ຳມັນ ແລະ ກຳປັ່ນ ຄຸ້ມຊູອອກຈາກເຂດທະເລຂອງຫວຽດນາມ
14/05/2014 06:24
(vovworld)-ຕໍ່ຫນ້າ​​ເລື່ອງ​ຈີນ​ນຳ​ຮ້ານ​ເຈາະ​ນ້ຳມັນ​ເຂົ້າ​ເຄື່ອນ​ໄຫວ​ຢູ່​ເຂດ​ທະ​ເລ​ຂອງ​ຫວຽດນາມ ​ໂດຍ​ບໍ່​ຫົວຊາ​ຕໍ່​ກົດໝາຍ​ສາກົນ, ລະ​ເມີດ​ອະທິປະ​ໄຕ​ຂອງ​ຫວຽດນາມ
ຮຽກຮ້ອງຈີນເຄົາລົບກົດໝາຍສາກົນ, ຖອນຮ້ານ ເຈາະນ້ຳມັນ ແລະ ກຳປັ່ນ ຄຸ້ມຊູອອກຈາກເຂດທະເລຂອງຫວຽດນາມ
ຊາວຫວຽດນາມ ຄັດຄ້ານກະທຳຜິດກົດໝາຍຂອງຈີນ ພາບ:dantri.com.vn (vovworld)-ຕໍ່ຫນ້າ​​ເລື່ອງ​ຈີນ​ນຳ​ຮ້ານ​ເຈາະ​ນ້ຳມັນ​ເຂົ້າ​ເຄື່ອນ​ໄຫວ​ຢູ່​ເຂດ​ທະ​ເລ​ຂອງ​ຫວຽດນາມ ​ໂດຍ​ບໍ່​ຫົວຊາ​ຕໍ່​ກົດໝາຍ​ສາກົນ, ລະ​ເມີດ​ອະທິປະ​ໄຕ​ຂອງ​ຫວຽດນາມ, ວັນ​ທີ 13/5,  ສະມາຄົມ​ນັກຮົບ​ເກົ່າ​ຫວຽດນາມ ​ແລະ ສະຫະພັນ​ແມ່ຍິງ ຫວຽດນາມ ​ໄດ້​ອອກ​ຖະ​ແຫລ​ງການ ຄັດຄ້ານ​ການ​ກະທຳ​ທີ່​ຜິດພາດຂອງ​ຈີນ. ສະມາຄົມ​ນັກຮົບ​ເກົ່າ ຫວຽດນາມ ຮຽກຮ້ອງ​ຝ່າຍ​ຈີນ ຈົ່ງ​ຢຸດຕິ​ທຸກ​ການ​ເຄື່ອນ​ໄຫວ​ທີ່​ຜິດ​ກົດໝາຍ ​ແລະ ຖອນ​ຮ້ານ​ເຈາະ​ນ້ຳມັນ ພ້ອມ​ກັບ​ບັນດາ​ກຳ​ປັ່ນ​ອອກ​ຈາກ​ເຂດ​ທະ​ເລ​ຂອງ​ຫວຽດນາມ ບໍ່​ໃຫ້​ການ​ກະທຳ​ຄ້າຍຄື​ກັນເກີດ​ຂຶ້ນ​ອີກ​ໃນ​ອະນາຄົດ.
TAG
vovworld/vov/ຄັດຄ້ານ