ຍົກສູງການເຂົ້າຮ່ວມຂອງແນວໂຮມປະເທດຊາດຫວຽດນາມໃນວຽກງານຕິດຕາມປະຕິບັດກົດໝາຍ
07/03/2014 11:00
(vovworld)- ຕອນເຊົ້າວັນທີ 7/3 ຢູ່ ຮ່າໂນ້ຍ, ກະຊວງຍຸຕິທຳ ໄດ້ສົມທົບກັບສະຖາບັນ KAS(Konrad Adeauer Stiftung) ເຢຍລະມັນ ໄດ້ຈັດຕັ້ງກອງປະຊຸມສຳມະນາ

ທ່ານຫງວຽນທ້ຽນເຍີນ ປະທານ ຄະນະກຳມະການສູນກາງ ແນວໂຮມປະເທດຊາດຫວຽດນາມ ພາບ:dantri.com (vovworld)- ຕອນເຊົ້າວັນທີ 7/3 ຢູ່ ຮ່າໂນ້ຍ, ກະຊວງຍຸຕິທຳ ໄດ້ສົມທົບກັບສະຖາບັນ KAS(Konrad Adeauer Stiftung) ເຢຍລະມັນ ໄດ້ຈັດຕັ້ງກອງປະຊຸມສຳມະນາທີ່ມີຫົວຂໍ້ວ່າ: “ການເຂົ້າຮ່ວມຂອງແນວໂຮມປະເທດຊາດຫວຽດນາມ, ບັນດາອົງການການເມືອງສັງຄົມ ໃນວຽກງານຕິດຕາມສະພາບການປະຕິບັດກົດໝາຍ.” ກອງປະຊຸມສຳມະນາແມ່ນໂອກາດເພື່ອໃຫ້ຜູ້ຕາງຫນ້າຂອງແນວໂຮມປະເທດຊາດຫວຽດນາມ, ບັນດາອົງການຕຸລາການ ແລະ ຜູ້ຊ່ຽວຊານໃນຂົງເຂດຕຸລາການຂອງສາກົນ ແບ່ງປັນບົດຮຽນໃນວຽກງານຍົກສູງຄຸນນະພາບການຕິດຕາມສະພາບການປະຕິບັດກົດໝາຍປະຈຸບັນ. ບັນດາຜູ້ຊ່ຽວຊານສາກົນຕີລາຄ່າວ່າ: ຫວຽດນາມ ມີລະບົບກົດໝາຍຢ່າງຄົບຖ້ວນ ແລະ ຮອບດ້ານ, ເຖິງຢ່າງໃດກໍຕາມ, ຄວນເພີ່ມທະວີກ່ຽວກັບໂຄງການຈັດຕັ້ງ, ໂຄງປະກອບ, ຄຸນນະພາບພະນັກງານຂອງແນວໂຮມປະເທດຊາດ. ເຮັດໄດ້ສິ່ງນັ້ນ ຈະຍົກສູງບົດບາດຂອງແນວໂຮມປະເທດຊາດໃນການຕິດຕາມການປະຕິບັດກົດໝາຍໃນສະພາບການປະຈຸບັນ.
TAG
vovworld/vov/ແນວໂຮມປະເທດຊາດ
Related






