ຍູ້ແຮງວຽກງານຖະແຫຼງຂ່າວໂຄສະນາກ່ຽວກັບເຂດທະເລໝູ່ເກາະຫວຽດນາມ ປີ 2014
15/07/2014 11:22
(vovworld)- ຕອນເຊົ້າວັນທີ 15/7, ຢູ່ດານັ້ງ, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ໄດ້ຈັດກອງປະຊຸມອົບຮົມ...

ກອງປະຊຸມອົບຮົມກ່ຽວກັບວຽກງານຖະແຫຼງຂ່າວໂຄສະນາ ກ່ຽວກັບເຂດທະເລໝູ່ເກາະຫວຽດນາມ ປີ 2014 (vovworld)- ຕອນເຊົ້າວັນທີ 15/7, ຢູ່ດານັ້ງ, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມໄດ້ຈັດ ກອງປະຊຸມອົບຮົມກ່ຽວກັບວຽກງານຖະແຫຼງຂ່າວໂຄສະນາກ່ຽວກັບເຂດທະເລໝູ່ເກາະຫວຽດນາມ ປີ 2014 ໃຫ້ແກ່ການນຳ, ພະນັກງານບັນດາພະແນກຖະແຫຼງຂ່າວ, ສື່ສານ ແລະ ນັກຂ່າວບັນດາສະຖານີ ວິທະຍຸໂທລະພາບໃນທົ່ວປະເທດ. ບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ຮັບຟັງບົດລາຍງານຫົວເລື່ອງກ່ຽວກັບສະພາບການຢູ່ທະເລຕາເວັນອອກໃນປະຈຸບັນ, ທັດສະນະ, ແຜນນະໂຍບາຍຂອງພັກ ແລະ ລັດຫວຽດນາມກ່ຽວກັບອະທິປະໄຕເຂດທະເລໝູ່ເກາະ ແລະ ວິທີການແກ້ໄຂຄວາມເຄັ່ງຕຶງ ຢູ່ທະເລຕາເວັນອອກ.... ທ່ານຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ເຈືອງມິນຕ້ວນ ໃຫ້ຮູ້ວ່າ : “ ໃນຄັ້ງນີ້, ສື່ມວນຊົນຂອງພວກເຮົາໄດ້ປະຕິບັດເປັນຢ່າງດີໃນວຽກງານໂຄສະນາ ແລະ ບັນດາອົງການຖະແຫຼງຂ່າວສື່ສານກໍປະຕິບັດເປັນຢ່າງດີໃນການຊີ້ນຳວຽກງານໂຄສະນາ, ສະແດງໃຫ້ເຫັນແຈ້ງຄວາມຕັດສິນໃຈຂອງພວກເຮົາໃນການປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຂອງປະເທດຊາດ. ສະເໜີສື່ມວນຊົນຄວນໃຫ້ຂ່າວກ່ຽວກັບຄຳເຫັນຫາງສຽງສາກົນກ່ຽວກັບບັນຫານີ້, ບັນດາມາດຕະການຕໍ່ສູ້ໃນສະຖານທີ່ຕົວຈິງ, ຕໍ່ສູ້ຜ່ານທາງການທູດ, ຕໍ່ສູ້ທາງຫາງສຽງເພື່ອຢືນຢັນປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຂອງປະເທດຊາດ”
TAG
vov/vovworld/ໝູ່ເກາະ/ທະເລ
Related






