ປະທານາທິບໍດີ ອາເມລິກາ ຖະແຫຼງອາດຈະສິ້ນສຸດບັ້ນການທະຫານກັບ ອີຣານ ໃນ 2 – 3 ອາທິດຈະມາເຖິງ
01/04/2026 07:32
[VOVWORLD] - ານປະທານາທິບໍດີ Donald Trump ຊີ້ແຈ້ງວ່າ: “ໝົດທຸກຢ່າງທີ່ຂ້າພະເຈົ້າຕ້ອງເຮັດ ແມ່ນຖອນອອກຈາກ ອີຣານ ແລະ ພວກຂ້າພະເຈົ້າ ຈະເຮັດສິ່ງເຫຼົ່ານັ້ນໃນໄລຍະເວລາໄວທີ່ສຸດ”.

ວັນທີ 01 ເມສາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຂໍ້ສັງເກດວ່າ ການປະທະກັນ ກັບ ອີຣານ ອາດຈະສິ້ນສຸດພາຍໃນເວລາ 2 – 3 ອາທິດຈະມາເຖິງ ແລະ ເລື່ອງຮັບປະກັນຄວາມປອດໄພໃຫ້ແກ່ເສັ້ນທາງຂົນສົ່ງນ້ຳມັນຜ່ານຊ່ອງແຄບທະເລ Hormuz ຈະໂດຍບັນດາປະເທດອື່ນຮັບຜິດຊອບ. ຄຳຖະແຫຼງດັ່ງກ່າວ ໂດຍທ່ານເຈົ້າຂອງທຳນຽບຂາວຍົກອອກມາໃນສະພາບການທີ່ນັບມື້ນັບມີຄວາມວິຕົກກັງວົນຫຼາຍຂຶ້ນວ່າ ສົງຄາມນີ້ຈະສົ່ງຜົນກະທົບຕໍ່ລາຄານ້ຳມັນ ແລະ ໄພເງິນເຟີ້. ໃນການຖະແຫຼງຂ່າວຢູ່ທຳນຽບຂາວ, ເມື່ອໃຫ້ສຳພາດຕໍ່ນັກຂ່າວກ່ຽວກັບແຜນການຫຼຸດລາຄານໍ້າມັນທີ່ພວມຢູ່ໃນລະດັບສູງ ຍ້ອນການປະທະກັນຂອງ ອາເມລິກາ, ອິດສະຣາແອັນ ແລະ ອີຣານ ໄດ້ກ້າວເຂົ້າສູ່ເດືອນທີ 2, ທ່ານປະທານາທິບໍດີ Donald Trump ຊີ້ແຈ້ງວ່າ: “ໝົດທຸກຢ່າງທີ່ຂ້າພະເຈົ້າຕ້ອງເຮັດ ແມ່ນຖອນອອກຈາກ ອີຣານ ແລະ ພວກຂ້າພະເຈົ້າ ຈະເຮັດສິ່ງເຫຼົ່ານັ້ນໃນໄລຍະເວລາໄວທີ່ສຸດ”. ເຈົ້າຂອງທຳນຽບຂາວໃຫ້ຂໍ້ສັງເກດວ່າ ເລື່ອງຖອນກຳລັງ ຈະດຳເນີນພາຍໃນເວລາ 2 – 3 ອາທິດຈະມາເຖິງ ແລະ ລາຄານ້ຳມັນຈະຫຼຸດລົງຢ່າງແຮງ. ເມື່ອຖືກຖາມວ່າ ອີຣານ ຈະຕ້ອງບັນລຸໄດ້ຂໍ້ຕົກລົງເພື່ອໃຫ້ ອາເມລິກາ ຢຸດຕິບັ້ນການທະຫານດັ່ງກ່າວຫຼືບໍ່ນັ້ນ, ທ່ານປະທານາທິບໍດີ Donald Trump ຢັ້ງຢືນວ່າ ອາເມລິກາ ຈະຖອນກຳລັງ ກໍຕໍ່ເມື່ອຕີລາຄາເຫັນວ່າ ອີຣານ ບໍ່ອາດສາມາດພັດທະນາອາວຸດນິວເຄຼຍໄດ້ອີກ, ບໍ່ວ່າ ຈະບັນລຸໄດ້ຂໍ້ຕົກລົງຫຼືບໍ່.
TAG
VOV/VOVWORLD/ສິ້ນສຸດບັ້ນການທະຫານກັບ ອີຣານ/ພັດທະນາອາວຸດນິວເຄຼຍ/ຂໍ້ຕົກລົງ
Related





