ປາກິສະຖານ ເປີດເສັ້ນທາງລຳລຽງຂອງ NATO ເຖິງ ອາບການິສະຖານຄືນໃຫມ່
05/08/2012 09:00
ວັນທີ 4/8, ປາກິສະຖານ ໄດ້ເປີດເສັ້ນທາງລຳລຽງຂອງ NATO ເຖິງ ອາບການິສະຖານຄືນໃຫມ່, ອະນຸຍາດໃຫ້ ລົດຂົນສົ່ງ container 14 ຄັນຂອງ NATO ແລ່ນເຂົ້າ ອາບການິສະຖານ

ປາກິສະຖານ ເປີດເສັ້ນທາງລຳລຽງຂອງ NATO ເຖິງ ອາບການິສະຖານຄືນໃຫມ່ ພາບ:baomoi.com (vovworld) - ວັນທີ 4/8, ປາກິສະຖານ ໄດ້ເປີດເສັ້ນທາງລຳລຽງຂອງ NATO ເຖິງ ອາບການິສະຖານຄືນໃຫມ່, ອະນຸຍາດໃຫ້ ລົດຂົນສົ່ງ container 14 ຄັນຂອງ NATO ແລ່ນເຂົ້າ ອາບການິສະຖານ ຈາກເຂດຊາຍແດນ Torkham ທາງທິດຕາເວັນຕົກສຽງເຫນືອຂອງ ປາກິສະຖານ. ເສ້ັ້ນທາງລຳລຽງນີ້ເປີດຄືນໃຫມ່ພາຍຫລັງປິດຊົ່ວຄາວໃນເວລາ 10 ວັນ ຍ້ອນສາຍເຫດຄວາມສະຫງົບບໍ່ຮັບປະກັນເມື່ອເກີດການບຸກໂຈມຕີໃສ່ຂະບວນລົດຄຸ້ມຊູລົດລຳລຽງຂອງ NATO ຢູ່ເທດສະບານ Jamrud ຊານກຳແພງນະຄອນ Peshawar ຢູ່ ທາງທິດຕາເວັນຕົກສຽງເຫນືອ ປາກິສະຖານ ເຮັດໃຫ້ຜູ້ຂັບລົດຄົນຫນຶ່ງຖືກເສຍຊີວິດ. ໃນຂະນະນັ້ນ ຕຳຫລວດ ປາກິສະຖານ ໄດ້ຈັດຕົວພວກກະບົດ Taliban 5 ຄົນທີ່ມີກົນອຸບາຍບຸກໂຈມຕີກໍ່ກາຍຮ້າຍໃສ່ນະຄອນ Lutan ຢູ່ພາກກາງ ແລະ ບາງສະຖານທີ່ອື່ນໃນບໍລິເວນ.
TAG
ລຳລຽງ
Related






