ປະຕິຮູບລະບອບນະໂຍບາຍ,ສ້າງການລະບຽບວິໄນຕະຫລາດເພື່ອປັບປຸງຄຸນນະພາບການເຕີບໂຕ
12/02/2015 08:21
(vovworld)- ປະຕິຮູບລະບອບນະໂຍບາຍ,ສ້າງລະບຽບວິໄນຕະຫລາດເພື່ອປັບປຸງຄຸນນະພາບການເຕີບໂຕ

ທ່ານ ເຈືອງດີງຕວຽນ, ຜູ້ຊ່ຽວຊານເສດຖະກິດຂັ້ນສູງ ພາບ:vietbao.vn (vovworld)- ປະຕິຮູບລະບອບນະໂຍບາຍ,ສ້າງລະບຽບວິໄນຕະຫລາດເພື່ອປັບປຸງຄຸນນະພາບການເຕີບໂຕ, ນີ້ແມ່ນສອງໃນຫລາຍຄຳສະເຫນີ ຊຶ່ງບັນດາຜູ້ຊ່ຽວຊານເສດຖະກິດຍົກອອກທີ່ກອງປະຊຸມສຳມະນາ ປະກາດໝາກຜົນການປະຕິຮູບພັດທະນາປີ 2014 ແລະ ບາງບັນຫານະໂຍບາຍ 2015-2016 ຊື່ງດຳເນີນໄປໃນວັນທີ 11/02 ຢູ່ ຮ່າໂນ້ຍ. ຕາມບົດລາຍງານເສດຖະກິດມະຫາພາກຖືກລາຍງານທີ່ກອງປະຊຸມສຳມະນາ ແລ້ວ, ເພື່ອຮັກສາຜົນງານການເຕີບໂຕທີ່ບັນລຸໄດ້ໃນໄລຍະຫວ່າງແລ້ວນີ້, ຫວຽດນາມ ຕ້ອງເພີ່ມລະດັບການເຕີບໂຕສະມັດຕະພາບແຮງງານຂຶ້ນທົບ 1,5 ເທົ່າ. ເຖິງວ່າ ສິດເສລີໃນການດຳເນີນທຸລະກິດຂອງປະຊາຊົນ ແລະ ວິສາຫະກິດ ໄດ້ຮັບການເປີດກວ້າງກໍຕາມ ແຕ່ເພື່ອປະຕິບັດການຫັນບັນດາການກະທົບຈາກການປະຕິຮູບສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃຫ້ປະກົດຜົນເປັນຈິງ, ທ່ານ ເຈືອງດີງຕວຽນ, ຜູ້ຊ່ຽວຊານເສດຖະກິດຂັ້ນສູງ ຖືວ່າ: ຄວນສຸມໃສ່ການປະຕິຮູບພື້ນຖານເສດຖະກິດມະຫາພາກ ແລະ ປ່ຽນໃຫມ່ລະບອບນະໂຍບາຍເສດຖະກິດກວ່າ.
TAG
vovworld/ຄຸນນະພາບ
Related






