ປະກາດມະຕິກ່ຽວກັບການສ້າງຕັ້ງກຸ່ມສະມາຊິກສະພາແຫ່ງຊາດຫນຸ່ມ
27/03/2015 10:14
(vovworld)- ວັນທີ 27/3, ພິທີປະກາດມະຕິກ່ຽວກັບການສ້າງຕັ້ງກຸ່ມສະມາຊິກສະພາແຫ່ງຊາດຫນຸ່ມຂອງສະພາແຫ່ງຊາດຊຸດທີ 13

ທ່ານນາງຕ່ອງທິຟອງ, ກ່າວຄຳເຫັນນະພິທີ ພາບ:baotintuc.vn (vovworld)- ວັນທີ 27/3, ພິທີປະກາດມະຕິກ່ຽວກັບການສ້າງຕັ້ງກຸ່ມສະມາຊິກສະພາແຫ່ງຊາດຫນຸ່ມຂອງສະພາແຫ່ງຊາດຊຸດທີ 13 ໂດຍຄະນະປະຈຳສະພາແຫ່ງຊາດ ປະກາດໃຊ້ ຖືກຈັດຂຶ້ນຢູ່ ຫໍປະຊຸມສະພາແຫ່ງຊາດ. ເລື່ອງສ້າງຕັ້ງກຸ່ມສະມາຊິກສະພາແຫ່ງຊາດຫນຸ່ມ ແນໃສ່ສ້າງເວທີເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດຫນຸ່ມພົບປະແລກປ່ຽນ, ແບ່ງປັນບົດຮຽນໃນວິວັດການເຂົ້າຮ່ວມບັນດາການເຄື່ອນໄຫວຂອງສະພາແຫ່ງຊາດ. ກ່າວຄຳເຫັນນະພິທີ, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟອງ ເນັ້ນຫນັກວ່າ: ການເຂົ້າຮ່ວມຂອງໄວຫນຸ່ມເຂົ້າໃນບັນດາການເຄື່ອນໄຫວຂອງສະພາແຫ່ງຊາດ ນັບມື້ນັບມີຄວາມໝາຍ ແລະ ແທດຈິງ, ດ້ວຍຖານະແມ່ນຜູ້ຕາງຫນ້າໃຫ້ສຽງເວົ້າຂອງພົນລະເມືອງຫນຸ່ມເຂົ້າຮ່ວມວິວັດການສ້າງນິຕິບັນຍັດ, ຕິດຕາມກວດກາ ແລະ ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ.
TAG
vovworld/ພິທີປະກາດມະຕິ
Related






