ປະຊາຄົມໂລກກ່າວປະນາມການຍິງປືນຄາດຕະກຳຢູ່ແດນໝາກ
16/02/2015 10:11
(vovworld)- ການຍິງປືນຄາດຕະກຳຄັ້ງຕ່າງໆທີ່ເກີດຂຶ້ນຢູ່ແດນໝາກໃນ 2 ມື້ທີ່ຜ່ານມາທີ່ໄດ້ເຮັດໃຫ້ຫຼາຍຄົນໄດ້ຮັບບາດເຈັບ....

ກຳລັງປ້ອງກັນຄວາມສະຫງົບມີໜ້າຢູ່ສະຖານທີ່ເກີດເຫດ (ພາບ: AFP) (vovworld)- ການຍິງປືນຄາດຕະກຳຄັ້ງຕ່າງໆທີ່ເກີດຂຶ້ນຢູ່ແດນໝາກໃນ 2 ມື້ທີ່ຜ່ານມາທີ່ໄດ້ເຮັດໃຫ້ຫຼາຍຄົນໄດ້ຮັບບາດເຈັບນັ້ນ, ໄດ້ເຮັດໃຫ້ມີຄວາມວິຕົກກັ່ງວົນກ່ຽວກັບກໍລະນີເກີດການບຸກໂຈມຕີແບບກໍ່ການຮ້າຍຄ້າຍຄືກັນໃນຂອບເຂດທົ່ວເອີລົບ. ປະຊາຄົມໂລກສືບຕໍ່ສະແດງຄວາມໂກດແຄ້ນຕໍ່ການກະທຳທີ່ໂຫດຮ້າຍສາມານຂອງພວກກໍ່ການຮ້າຍ. ວັນທີ 15/2, ນາຍົກລັດຖະມົນຕີແດນໝາກ Thorning Schmidt ໄດ້ກ່າວປະນາມ ການຍິງປືນຄາດຕະກຳຄັ້ງຕ່າງໆທີ່ເກີດຂຶ້ນຢູ່ແດນໝາກໃນ 2 ມື້ທີ່ຜ່ານມາ ແລະ ຖືວ່າ ນີ້ແມ່ນການບຸກໂຈມຕີແບບກໍ່ການຮ້າຍຕ້ານແດນໝາກ. ກ່ອນໜ້ານັ້ນ, ຫຼາຍປະເທດ ແລະ ອົງການຈັດຕັ້ງໄດ້ກ່າວປະນາມການບຸກໂຈມຕີແບບກໍ່ການຮ້າຍຢູ່ແດນໝາກ, ໃນນັ້ນມີອາເມລິກາ, ຝະລັ່ງ, ຊູແອດ, ເຢັຍລະມັນ….
TAG
vov/vovworld/ຍິີງປືນ
Related






