ປະຊາຄົມໂລກສືບຕໍ່ຮ່ວມເດີນທາງກັບຫວຽດນາມໃນວິວັດການພັດທະນາ
28/11/2013 10:09
(vovworld)- ວັນທີ 28/11 ຢູ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມສາກົນຄັ້ງທີ 3 ກ່ຽວກັບການຮ່ວມມືລະຫວ່າງຫວຽດນາມ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ

ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມີງ ກ່າວຄຳເຫັນ ທີ່ກອງປະຊຸມ ພາບ:baomoi.com (vovworld)- ວັນທີ 28/11 ຢູ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມສາກົນຄັ້ງທີ 3 ກ່ຽວກັບການຮ່ວມມືລະຫວ່າງຫວຽດນາມ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ. ເຂົ້າຮ່ວມກອງປະຊຸມມີຜູ້ແທນປະມານ 800 ທ່ານທີ່ຕາງຫນ້າໃຫ້ບັນດາອົງການບໍ່ຂຶ້ນກັບລັດຖະບານ, ອົງການສາກົນ, ອົງການຮ່ວມມືພັດທະນາສອງຝ່າຍ ແລະ ຫລາຍຝ່າຍ, ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນຂອງຫວຽດນາມ. ທີ່ກອງປະຊຸມ, ຜູ້ຕາງຫນ້າບັນດາອົງການບໍ່ຂຶ້ນກັບລັດຖະບານ ໄດ້ຢືນຢັນ: ການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານໃນໄລຍະຜ່ານມາ, ພິເສດໃນ 10 ປີມານີ້ບັນລຸປະສິດທິຜົນທີ່ສຸດ. ຜ່ານນັ້ນ ປະກອບສ່ວນພັດທະນາເສດຖະກິດສັງຄົມຂອງຫວຽດນາມ. ໄລຍະຈະມາເຖິງ, ບັນດາອົງການບໍ່ຂຶ້ນກັບລັດຖະບານໝັ້ນໝາຍສືບຕໍ່ຫນູນຊ່ວຍຫວຽດນາມ ພັດທະນາແບບຍືນຍົງກວ່າ. ທ່ານ Andy Baker, ຜູ້ອຳນວຍການແຫ່ງຊາດ ອົງການ Oxfam ປະຈຳຫວຽດນາມ ໃຫ້ຮູ້ວ່າ: “ຍຸດທະສາດໃນໄລຍະຈະມາເຖິງຂອງອົງການ Oxfam ຢູ່ ຫວຽດນາມ ແມ່ນສຸມໃສ່ເຂົ້າໃນຂົງເຂດຕົ້ນຕໍ. ທີຫນຶ່ງແມ່ນພັດທະນາເຂດຊົນນະບົດ. ທີສອງ ຍົກສູງກຳລັງຄວາມສາມາດຂອງເຂດຊຸມຊົນທີ່ຖືກຜົນສະທ້ອນຈາກການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດ. ທີສາມ ແມ່ນຫນູນຊ່ວຍສິດສະເຫມີພາບລະຫວ່າງຍິງ-ຊາຍໃຫ້ແກ່ແມ່ຍິງກວ່າ.” ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີ່ງມີງ ຕີລາຄາສູງປະສິດທິຜົນການຮ່ວມມືຂອງບັນດາອົງການບໍ່ຂຶ້ນກັບລັດຖະບານ ປະຈຳຫວຽດນາມ ໃນໄລຍະຜ່ານມາ ແລະ ປາດຖະຫນາກຢາກບັນດາອົງການດັ່ງກ່າວເປີດກວ້າງການຮ່ວມມື ແລະ ຊ່ວຍເຫລືອຫວຽດນາມ ໃນວິວັດການພັດທະນາ ກວ່າອີກ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ. ທ່ານຟ້າມບີ່ງມີງ ກ່າວວ່າ:
TAG
vovworld/vov/ອົງການບໍ່ຂຶ້ນກັບລັດຖະບານ
Related






