ປະຊຸມແລກປ່ຽນວຽກງານກັບບັນດາແຂວງພາກກາງ
05/11/2012 11:15
ັັັັັັັັັ
(vovworld) - ຕອນເຊົ້າວັນທີ 5/11, ຢູ່ ນະຄອນ Da Nang, ໄດ້ດຳເນີນກອງປະຊຸມແລກປ່ຽນວຽກງານກັບບັນດາແຂວງແຄມທະເລພາກກາງ ຫວຽດນາມ ກ່ຽວກັບການປະຕິບັດຄຳສັ່ງເລກທີ 03 ຂອງກົມການເມືອງ ສືບຕໍ່ຍູ້ແຮງການຮຳ່ຮຽນແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ. ທ່ານນາງ Ha Thi Khiet ເລຂາສູນກາງພັກ, ຫົວຫນ້າຄະນະຂົນຂວາຍປະຊາຊົນສູນກາງໄດ້ສະເຫນີບັນດາທ້ອງຖິ່ນ, ຫົວຫນ່ວຍຕ້ອງສະຫລຸບຮູບການ, ວິທີໃນວິວັດການປະຕິບັດຄຳສັ່ງເລກທີ 03 ຕິດພັນກັບການປະຕິບັດມະຕິສູນກາງພັກຄັ້ງທີ 4 ຊຸດທີ 11 “ບາງບັນຫາຮີບດ່ວນກ່ຽວກັບການກໍ່ສ້າງພັກປະຈຸບັນ”. ໃນວັນດຽວກັນ, ຢູ່ນະຄອນ Ba Ria Vung Tau, ທ່ານ Ngo Van Du ເລຂາສູນກາງພັກ, ຫົວຫນ້າຄະນະກຳມະການກວດກາສູນກາງໄດ້ເປັນປະທານກອງປະຊຸມແລກປ່ຽນຄຳເຫັນກັບບັນດາແຂວງທາງທິດຕາເວັນອອກພາກໃຕ້ ກ່ຽວກັບການປະຕິບັດຄຳສັ່ງເລກທີ 03 ຂອງກົມການເມືອງກ່ຽວກັບການສືບຕໍ່ຍູ້ແຮງການຮຳ່ຮຽນແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ. ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານ Ngo Van Du ໄດ້ສະເຫນີບັນດາທ້ອງຖິ່ນຄວນແກ້ໄຂຂໍ້ຂາດຕົກບົກຜ່ອງຢ່າງເຂັ້ມງວດເພື່ອປະຕິບັດຄຳສັ່ງເລກທີ 03 ຂອງກົມການເມືອງໃນໄລຍະຈະມາເຖິງເປັນຢ່າງດີ. ທ່ານ Ngo Van Du ຫົວຫນ້າຄະນະກຳມະການກວດກາສູນກາງ ໄດ້ເນັ້ນຫນັກວ່າ:
Related






