ປະທານ ສູນກາງແນວໂຮມປະເທດຊາດຫງວຽນທ້ຽນເຍີນ ຖະຫວາຍທູບທຽນບູຊາ ຢູ່ 3 ແຍກດົງໂລກ
22/07/2015 11:46
(vovworld) - ຕອນເຊົ້າວັນທີ 22/7, ທ່ານຫງວຽນທ້ຽນເຍີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ...

ທ່ານຫງວຽນທ້ຽນເຍີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ໄປຖະຫວາຍທູບທຽນບູຊາຢູ່ເຂດປູຊະນີຍະສະຖານ 3 ແຍກດົງໂລກ (vovworld) - ຕອນເຊົ້າວັນທີ 22/7, ທ່ານຫງວຽນທ້ຽນເຍີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ໄປຖະຫວາຍທູບທຽນບູຊາຢູ່ເຂດປູຊະນີຍະສະຖານ 3 ແຍກດົງໂລກ. ທ່ານຫງວຽນຖທ້ຽນເຍີນ ໄດ້ສະແດງຄວາມເຄົາລົບນັບຖືຕໍ່ໜ້າການເສຍສະຫຼະຊີວິດເພື່ອຊາດຂອງວິລະສັດຕີ 10 ຄົນເພື່ອພາລະກິດປົດປ່ອຍຊາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ. ພາຍຫຼັງພິທີ ຖະຫວາຍທູບທຽນບູຊາ, ທ່ານຫງວຽນທ້ຽນເຍີນ ໄດ້ໄປຢ້ຽມຢາມຄອບຄົວຂອງແມ່ຍິງ 5 ຄົນໃນຈຳນວນຊາວໜຸ່ມຕະລຸມບອນຍິງ 10 ຄົນທີ່ໄດ້ ເສຍສະຫຼະຊີວິດຢູ່ 3 ແຍກດົງໂລກ. ທ່ານຫງວຽນທ້ຽນເຍີນໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການເສຍສະຫຼະເລືອດເນື້ອຂອງຊາວໜຸ່ມຕະລຸມບອນລຸ່ນຕ່າງໆໃນຕະຫຼອດຂະບວນວິວັດແຫ່ງການຕໍ່ສູ້ເພື່ອຍາດເອົາເອກະລາດມາໃຫ້ປະເທດຊາດ.
TAG
vovworld/ຖະຫວາຍ/ປູຊະນີຍະສະຖານ
Related






