ປະທານາທິບໍດີ ອາເມລິກາໝັ້ນໝາຍເພີ່ມທະວີການຮ່ວມມືກັບຫວຽດນາມ
13/11/2014 12:12
(vovworld)- ວັນທີ 13/11, ປະທານາທິບໍດີ Barack Obama ໃຫ້ຮູ້ວ່າ ພວມພິຈາລະນາບັນດາກາລະໂອກາດ ແລະ ຄວາມສາມາດເພື່ອແນໃສ່ເພີ່ມທະວີການຮ່ວມມືຢ່າງເລິກເຊິ່ງກ້ວາງຂວາງກັບຫວຽດນາມ

ປະທານາທິບໍດີ ອາເມລິກາ Barack Obama (vovworld)- ວັນທີ 13/11, ປະທານາທິບໍດີ ອາເມລິກາ Barack Obama ໃຫ້ຮູ້ວ່າ ພວມພິຈາລະນາບັນດາກາລະໂອກາດ ແລະ ຄວາມສາມາດເພື່ອແນໃສ່ເພີ່ມທະວີການຮ່ວມມືຢ່າງເລິກເຊິ່ງກ້ວາງຂວາງກັບຫວຽດນາມ. ປະທານາທິບໍດີ ອາເມລິກາ Barack Obama ໃຫ້ຮູ້ວ່າ ການຄ້າ, ການປ້ອງກັນຄວາມສະຫງົບ ແມ່ນ 2 ໃນຈຳນວນຫຼາຍຂົງເຂດຊຶ່ງ ປະທານາທິບໍດີ ອາເມລິກາ Barack Obama ຈະຍົກອອກມາປຶກສາຫາລືກັບທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ເນື່ອງໃນໂອກາດບັນດາກອງປະຊຸມຂັ້ນສູງຖືກດຳເນີນຢູ່ມຽນມາໃນວັນດຽວກັນ. ຕາມປະທານາທິບໍດີ ອາເມລິກາ Barack Obama ແລ້ວ, ສິ່ງສຳຄັນ ສຳລັບ 2 ປະເທດ ແມ່ນປະຕິບັດຕາມກົດໝາຍສາກົນໃນການແກ້ໄຂການຂັດແຍ່ງຕ່າງໆ ແລະ ການເຈລະຈາກັບທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນເຕີ້ນຢຸງ ຈະນຳມາເຊິ່ງບັນດາກາລະໂອກາດຮ່ວມມືໃນຂົງເຂດການຄ້າ ແລະ ການລົງທຶນ.
TAG
vov/vovworld/ປະທານາທິບໍດີ
Related






