ປະທານາທິບໍດີ Barack Obama ໝັ້ນໝາຍນຳສະຫະລັດ ອາເມລິກາ ກ້າວຂຶ້ນ
08/11/2012 08:54
ພາຍຫລັງໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ອາເມລິກາ ອີກສະໄຫມຫນຶ່ງ, ປະທານາທິບໍດີ Barack Obama ມີບົດກ່າວປາໄສຕໍ່ຫນ້າບັນດາຜູ້ສະຫນັບສະຫນູນຢູ່ Chicago

ປະທານາທິບໍດີ Barack Obama ພາບ: internet (vovworld) - ພາຍຫລັງໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ອາເມລິກາ ອີກສະໄຫມຫນຶ່ງ, ປະທານາທິບໍດີ Barack Obama ມີບົດກ່າວປາໄສຕໍ່ຫນ້າບັນດາຜູ້ສະຫນັບສະຫນູນຢູ່ Chicago ດ້ວຍຄຳຮຽກຮ້ອງທົ່ວປວງຊົນຈົ່ງສາມັກຄີເພື່ອພ້ອມກັນນຳປະເທດ ອາເມລິກາ ກ້າວຂຶ້ນ. ທ່ານ ປະທານາທິບໍດີ Obama ໄດ້ເຕື້ອງເຖິງໂຄງການດຳເນີນງານໃນອາຍຸການທີສອງ ແລະ ຖືວ່າ: ຄວຈຳເປັນຕ້ອງມີການເຈລະຈາເພື່ອນຳປະເທດກ້າວຂຶ້ນ. ປະທານາທິບໍດີ Obama ໝັ້ນໝາຍຈະສົມທົບລະຫວ່າງພັກປະຊາທິປະໄຕ ແລະ ພັກສາທາລະນະລັດ ເພື່ອປັບປຸງກົດໝາຍສ່ວຍສາອາກອນ, ປະຕິຮູບກົດໝາຍວ່າດ້ວຍການເຂົ້າເມືອງ ແລະ ຫລຸດຜ່ອນການຂຶ້ນກັບແຫລ່ງນ້ຳມັນນຳເຂົ້າຈາກຕ່າງປະເທດ. ປະທານາທິບໍດີ ສະແດງຄວາມປາດຖະຫນາວ່າ ທັງສອງພັກ ຈະຮ່ວມມືເພື່ອພ້ອມກັນແກ້ໄຂຄວາມຫຍຸ້ງຍາກຂອງສະຫະລັດ ອາເມລິກາ. ປະທານາທິບໍດີ Obama ກ່າວວ່າ:
TAG
ປາໄສ
Related






