ປະທານາທິບໍດີ ປານາມາ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງຈົບງາມ
27/10/2012 10:08
ວັນທີ 27/10 ປະທານາທິບໍດີ ປານາມາ, Ricardo Martinelli ອອກເດີນທາງຈາກຮ່າໂນ້ຍ ສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ ຢ່າງຈົບງາມ
ປະທານາທິບໍດີ ປານາມາ Ricardo Martinelli ພົບປະກັບທ່ານ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ Nguyen Phu Trong ພາບ: internet (vovworld) - ວັນທີ 27/10 ປະທານາທິບໍດີ ປານາມາ, Ricardo Martinelli ອອກເດີນທາງຈາກຮ່າໂນ້ຍ ສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ ຢ່າງຈົບງາມ. ໃນໄລຍະຢູ່ຢ້ຽມຢາມ ຫວຽດນາມ, ປະທານາທິບໍດີ ປານາມາ ໄດ້ມີການເຈລະຈາກັບປະທານປະເທດ Truong Tan Sang, ເຂົ້າຢ້ຽມຂຳ່ນັບ, ພົບປະແລກປ່ຽນຄຳເຫັນກັບທ່ານ ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ Nguyen Phu Trong , ນາຍົກລັັດຖະມົນຕີ ຫວຽດນາມ Nguyen Tan Dung ແລະ ປະທານສະພາແຫ່ງຊາດ Nguyen Sinh Hung ແລະ ເປັນສັກຂິພິຍານພິທີລົງນາມໃນສັນຍາຮ່ວມມືດ້ານວັດທະນະທຳລະຫວ່າງສອງປະເທດ ແລະ ບົດບັນທຶກຊ່ວຍຈຳສ້າງກົນໄກທາບທາມຄຳເຫັນດ້ານການເມືອງລະຫວ່າງສອງກະຊວງການຕ່າງປະເທດ. ທີ່ການພົບປະຄັ້ງຕ່າງໆນັ້ນ, ການນຳພັກ, ລັດ ຫວຽດນາມ ປາດຖະຫນາຢາກພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືກັບ ປານາມາ ແລະ ສະເຫນີລັດຖະບານ ປານາມາ ສືບຕໍ່ສົ່ງເສີມ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ ປານາມາ ລົງທຶນຢູ່ ຫວຽດນາມ, ຫນູນຊ່ວຍວິສາຫະກິດ ຫວຽດນາມ ລົງທຶນ ຢູ່ ປານາມາ ໃນບັນດາຂົງເຂດກໍ່ສ້າງ, ຕໍ່ ແລະ ສ້ອມແປງກຳປັ່ນ, ຜະລິດສິນຄ້າສົ່ງອອກ, ເປີດປະຕູເພື່ອໃຫ້ສິນຄ້າຫວຽດນາມສົ່ງໄປຂາຍຢູ່ຕະຫລາດ ປານາມາ. ການນຳສອງປະເທດກໍແລກປ່ຽນບັນດາບັນຫາສາກົນ ແລະພາກພື້ນຊຶ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.
TAG
ຢ້ຽມຢາມ
Related






