ປະທານາທິບໍດີອາເມລິກາ Barak Obama ຢ້ຽມຢາມມາເລເຊຍ
27/04/2014 10:49
(vovworld)- ວັນທີ 26/4, ປະທານາທິບໍດີອາເມລິກາ Barak Obama ໄດ້ໄປຮອດກົວລາລຳເປີ....

ພິທີຕ້ອນຮັບປະທານາທິບໍດີອາເມລິກາ Barak Obama ໃນການຢ້ຽມຢາມມາເລເຊຍ (ພາບ: baomoi) (vovworld)- ວັນທີ 26/4, ປະທານາທິບໍດີອາເມລິກາ Barak Obama ໄດ້ໄປຮອດກົວລາລຳເປີ, ເລີ່ມຕົ້ນການຢ້ຽມຢາມມາເລເຊຍເປັນເວລາ 3 ວັນ. ນີ້ແມ່ນການຢ້ຽມຢາມມາເລເຊຍຄັ້ງທຳອິດຂອງ ປະທານາທິບໍດີອາເມລິກາ ໃນກວ່າ 4 ທົດສະວັດທີ່ຜ່ານມາ. ຄາດວ່າ ປະທານາທິບໍດີອາເມລິກາ Barak Obama ຈະມີການເຈລະຈາກັບນາຍົກລັດຖະມົນຂອງປະເທດນີ້ ກ່ຽວກັບບັນຫາການຄ້າ 2 ຝ່າຍ, ບັນຫາພາກພື້ນ ແລະ ວິວັດທະນາການເຈລະຈາສັນຍາຄູ່ຮ່ວມມືຂ້າມປາຊີຟິກ TPP. ເຈົາໜ້າທີ່ຂອງ 2 ປະເທດຖືວ່າການ ຢ້ຽມຢາມມາເລເຊຍຂອງ ປະທານາທິບໍດີອາເມລິກາ Barak Obama ຄັ້ງນີ້ ຈະປັບປຸງການຮ່ວມມືເສດຖະກິດທີ່ແຂງແຮງຊຶ່ງເຄີຍຖືວ່າ ແມ່ນພື້ນຖານຂອງການພົວພັນລະຫວ່າງ 2 ປະເທດ.
TAG
vov/vovworld/ປະທານາທິບໍດີອາເມລິກາ Barak Obama
Related






