ປະທານາທິບໍດີອາເມລິກາອະນຸຍາດເປີດກ້ວາງສິດອຳນາດຂອງບັນດາຜູ້ບັນຊາການກຳລັງທະຫານຢູ່ອາບການິສຖານ.
23/11/2014 10:42
vovworld)- ເຈົ້າໜ້າທີ່ຂັ້ນສູງທ່ານໜຶ່ງຂອງອາເມລິກາໃຫ້ຮູ້ວ່າ : ປະທານາທິບໍດີອາເມລິກາ Barack Obama ໄດ້ອະນຸມັດຜ່ານ...

ປະທານາທິບໍດີອາເມລິກາ Barack Obama (vovworld)- ເຈົ້າໜ້າທີ່ຂັ້ນສູງທ່ານໜຶ່ງຂອງອາເມລິກາໃຫ້ຮູ້ວ່າ : ປະທານາທິບໍດີອາເມລິກາ Barack Obama ໄດ້ອະນຸມັດຜ່ານແຜນການເປີດກ້ວາງສິດອຳນາດຂອງບັນດາຜູ້ບັນຊາການກຳລັງທະຫານອາເມລິກາໃນການໜູນຊ່ວຍກຳລັງອາບການິສຖານ ຍູ້ຖອຍບັນດາມືປືນ ຕາລີບານ ພາຍຫຼັງພາລະກຳເຂົ້າຮ່ວມການສູ້ຮົບຂອງອາເມລິກາ ແລະ ກຸ່ມ NATO ສິ້ນສຸດລົງຢ່າງເປັນທາງການໃນເດືອນ 12 ນີ້. ເຈົ້າໜ້າທີ່ຂັ້ນສູງທ່ານນີ້ ຢືນຢັນວ່າ ກຳລັງອາເມລິກາຈະບໍ່ດຳເນີນການບຸກໂຈມຕີບັນດາເປົ້າໝາຍເຂົ້າຮ່ວມການສູ້ຮົບ ເພາະເຂົາເຈົ້າແມ່ນສະມາຊິກຂອງຕາລີບານ, ແຕ່ໃນກໍລະນີບັນດາສະມາຊິກຂອງຕາລີບານນາມຂູ່ອາເມລິກາ ແລະ ກຳລັງທະຫານ ປະສົມຢູ່ອາບການິສຖານໂດຍກົງ, ບັນດາເປົ້າໝາຍໜູນຊ່ວຍເຄືອຂ່າຍອານກີດາໂດຍກົງນັ້ນ, ກຳລັງອາເມລິກາຈະມີມາດຕະການທີ່ເໝາະສົມເພື່ອຮັບປະກັນຄວາມປອດໄພໃຫ້ແກ່ຊາວອາເມລິກາ .
TAG
vov/vovworld/ອາເມລິກາ
Related






