ປະທານາທິບໍດີອາເມລິກາຈະມີບົດກ່າວປາໄສພິເສດກ່ຽວກັບການຕໍ່ສູ້ຕ້ານກໍ່ການຮ້າຍ
06/12/2015 09:35
(vovworld) - ທຳນຽບຂາວໄດ້ແຈ້ງໃຫ້ຮູ້ວ່າ, ທ່ານປະທານາທິບໍດີອາເມລິກາ Barack Obama ຈະມີບົດກ່າວປາໄສພິເສດຕໍ່ມວນຊົນ ໃນຕອນຄ່ຳວັນທີ 06/12 (ຕາມເວລາທ້ອງຖິ່ນ)

ທ່ານປະທານາທິບໍດີອາເມລິກາ Barack Obama\ (ພາບປະກອບ) (vovworld) - ທຳນຽບຂາວໄດ້ແຈ້ງໃຫ້ຮູ້ວ່າ, ທ່ານປະທານາທິບໍດີອາເມລິກາ Barack Obama ຈະມີບົດກ່າວປາໄສພິເສດຕໍ່ມວນຊົນ ໃນຕອນຄ່ຳວັນທີ 06/12 (ຕາມເວລາທ້ອງຖິ່ນ) ກ່ຽວກັບບັນດາຄວາມມານະພະຍາຍາມຕ້ານກໍ່ການຮ້າຍ, ນີ້ແມ່ນການກະທຳທີ່ດຳເນີນພາຍຫຼັງເຫດຍິງປືນຢູ່ລັດ California ເຮັດໃຫ້ 14 ຄົນເສຍຊີວິດພຽງ 2 – 3 ວັນ. ຖະແຫຼງການຂອງທຳນຽບຂາວຊີ້ແຈ້ງວ່າ, ບົດກ່າວໄປໃສໃນເວລາ 8 ໂມງ ຕອນຄ່ຳວັນທີ 06/12 ຈະລວມມີ “ບັນດາບາດກ້າວເຊິ່ງລັດຖະບານອາເມລິກາ ຈະຜັນຂະຫຍາຍເພື່ອປະຕິບັດບຸລິມະສິດສູງສຸດຂອງທ່ານ Obama ແມ່ນເພື່ອຮັບປະກັນຄວາມປອດໄພໃຫ້ປະຊາຊົນອາມເມລິກາ”. ນອກນັ້ນ, ການນຳຜູ້ນີ້ກໍຈະເຕື້ອງເຖິງໄພນາບຂູ່ຂອງລັດທິກໍ່ການຮ້າຍ ຕາມຄວາມໝາຍກວ້າງກວ່າ ລວມທັງທາດແທ້ໄພນາບຂູ່, ວິວັດແຫ່ງການພັດທະນາ ແລະ ວິທີການແກ້ໄຂໄພດັ່ງກ່າວ.
TAG
vovworld/vov/ມານະພະຍາຍາມ
Related






