ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຕ້ອນຮັບ ຄະນະຜູ້ແທນກຳມາທິການ ບັນດາເຜົ່າລາວ
13/05/2013 09:45
ຫວຽດນາມ - ລາວ ເພີ່ມທະວີການແລກປ່ຽນບົດຮຽນວຽກງານຊົນເຜົ່າ

Vovworld- ຕອນບ່າຍວັນທີ 13/5, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນກຳມາທິການ ບັນດາເຜົ່າຂອງສະພາແຫ່ງຊາດ ລາວ ໂດຍທ່ານ ດວງດີ ອຸທະຈັກ, ປະທານກຳມາທິການບັນດາເຜົ່າເປັນຫົວໜ້າຄະນະ. ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງຖືວ່າ ການຢ້ຽນຢາມຂອງຄະນະໃນ ຄັ້ງນີ້ ເປັນການປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພົວພັນສາມັກຄີ, ນ້ຳໃຈມິດຕະພາບແບບພິເສດລະຫວ່າງ 2 ປະເທດ. ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ຢືນຢັນຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການພົວພັນລະຫວ່າງສະພາແຫ່ງຊາດຂອງ 2 ປະເທດ ແລະ ການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດລະຫວ່າງຫວຽດນາມ-ລາວໃຫ້ນັບມື້ນັບພັດທະນາ. ສ່ວນ ທ່ານ ດວງດີ ອຸທະຈັກ ປະທານກຳມາທິການ ບັນດາເຜົ່າ ຂອງສະພາແຫ່ງຊາດລາວ ໄດ້ຢືນຢັນວ່າ ພັກ, ລັດ, ສະພາແຫ່ງຊາດ ແລະ ປະຊາຊົນລາວບັນດາເຜົ່າ ຍາມໃດກໍມານະພະຍາຍາມເພີ່ມພູນຄຸນສ້າງສາຍພົວພັນສາມັກຄີ, ນ້ຳໃຈມິດຕະພາບແບບພິເສດລະຫວ່າງ ຫວຽດນາມ-ລາວ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ແທດຈິງ, ກໍຄືການຮ່ວມມືຢ່າງແໜ້ນແຟ້ນກັບສະພາຊົນເຜົ່າຂອງສະພາແຫ່ງຊາດຫວຽດນາມ. ຄະນະຜູ້ແທນສະພາຊົນເຜົ່າຂອງສະພາແຫ່ງຊາດຫວຽດນາມ ເຮັດວຽກ ກັບຄະນະຜູ້ແທນກຳມາທິການບັນດາເຜົ່າສະພາແຫ່ງຊາດລາວ
TAG
ວຽກງານຊົນເຜົ່າ
Related






