ປັບປຸງກົດໝາຍວ່າດ້ວຍການດຳເນີນຄະດີບໍລິຫານເພື່ອຮັບປະກັນພາວະວິໃສ
27/10/2015 10:21
(vovworld)- ຮ່າງກົດໝາຍວ່າດ້ວຍການດຳເນີນຄະດີບໍລິຫານ (ສະບັບປັບປຸງ) ແມ່ນເນື້ອໃນຕົ້ນຕໍ ໂດຍບັນດາສະມາຊິກສະພາແຫ່ງຊາດ

ກອງປະຊຸມສະໄຫມສະມັນເທື່ອທີ 10 ສະພາແຫ່ງຊາດ ພາບ:doisongphapluat (vovworld)- ຮ່າງກົດໝາຍວ່າດ້ວຍການດຳເນີນຄະດີບໍລິຫານ (ສະບັບປັບປຸງ) ແມ່ນເນື້ອໃນຕົ້ນຕໍ ໂດຍບັນດາສະມາຊິກສະພາແຫ່ງຊາດ ປຶກສາຫາລື ໃນຕອນເຊົ້າວັນທີ 27/10 ທີ່ກອງປະຊຸມສະໄຫມສະມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມຊຸດທີ 13. ການດຳເນີນຄະດີ ບໍລິຫານ ສ່ວນຫລາຍແມ່ນການຮ້ອງຟ້ອງຂອງປະຊາຊົນ ດ້ວຍບັນດາຄຳຕັດສິນບໍລິຫານ, ການກະທຳບໍລິຫານຂອງບັນດາອົງການສິດອຳນາດ, ສະນັ້ນ ຄວນປ່ຽນແປງລະບຽບການແກ້ໄຂບັນດາການຟ້ອງຮ້ອງບໍລິຫານຢູ່ສານຢ່່າງແຮງ. ສະມາຊິກສະພາແຫ່ງຊາດ ສ່ວນຫລາຍຖືວ່າ: ການປັບປຸງກົດໝາຍວ່າດ້ວຍການດຳເນີນຄະດີບໍລິຫານ ຕ້ອງສ້າງເງື່ອນໄຂສະດວກໃຫ້ປະຊາຊົນເຂົ້າຮ່ວມການດຳເນີນຄະດີ, ຮັບປະກັນພາວະວິໄສ, ຄວາມສະເຫມີພາບລະຫວ່າງ ພົນລະເມືອງ ແລະ ອົງການສິດອຳນາດຕໍ່ຫນ້າສານ. ທ່ານ ເຈີນຢູລີກ, ສະມາຊິກສະພາແຫ່ງຊາດ ນະຄອນ ໂຮ່ຈິມີນ ປະກອບຄຳເຫັນວ່າ:
TAG
vovworld/ບໍລິຫານ
Related






