VOV WorldVOV World
ພັດທະນາການທ່ອງທ່ຽວຢູ່ເຂດແຄມທະເລພາກກາງກັບບັນດາແຂວງພາກໃຕ້ຂອງລາວແລະພາກຕາເວັນອອກສຽງເຫນືອກຳປູເຈຍ
06/09/2015 07:23
(vovworld)- ການ​ປະ​ຊຸມ​ຂ່າວ​ກ່ຽວ​ກັບກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ ດ້ວຍ​ຫົວ​ຂໍ້​ວ່າ: “ຮ່ວມ​ສຳ​ພັນພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຢູ່​ເຂດ​ແຄມ​ທະ​ເລ​ພາກ​ກາງ​ກັບ​ເຂດ​ຕາ​ເວັນ​ອອກ​ພາກ​ໃຕ້,ເຂດ​ໄຕ​ງວຽນ,ບັນ​ດາ​ແຂວງ​ພາກ​ໃຕ້​ຂອງ​ລາວ​ແລະ​ພາກ​ຕາ​ເວັນ​ອອກ​
ພັດທະນາການທ່ອງທ່ຽວຢູ່ເຂດແຄມທະເລພາກກາງກັບບັນດາແຂວງພາກໃຕ້ຂອງລາວແລະພາກຕາເວັນອອກສຽງເຫນືອກຳປູເຈຍ
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ການ​ປະ​ຊຸມ​ຂ​່າວ ພາບ:vov (vovworld)-  ການ​ປະ​ຊຸມ​ຂ່າວ​ກ່ຽວ​ກັບກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ ດ້ວຍ​ຫົວ​ຂໍ້​ວ່າ: “ຮ່ວມ​ສຳ​ພັນພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຢູ່​ເຂດ​ແຄມ​ທະ​ເລ​ພາກ​ກາງ​ກັບ​ເຂດ​ຕາ​ເວັນ​ອອກ​ພາກ​ໃຕ້,ເຂດ​ໄຕ​ງວຽນ,ບັນ​ດາ​ແຂວງ​ພາກ​ໃຕ້​ຂອງ​ລາວ​ແລະ​ພາກ​ຕາ​ເວັນ​ອອກ​ສຽງ​ເຫນືອ​ກຳ​ປູ​ເຈຍ” ໄດ້​ດ​ຳ​ເນີນ​ໄປ​ໃນ​ຕອນ​ບ່າຍ​ວັນ​ທີ 5/9 ຢູ່ ນະ​ຄອນ​ໂຮ່​ຈິ​ມີນ. ກະ​ຊວງວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ ໃຫ້​ຮູ້​ວ່າ: ກອງ​ປະ​ຊ​ຸມ​ດັ່ງ​ກ່າວ ຈະ​ດຳ​ເນີນ​ໃນ​ວັນ​ທີ 11 ແລະ 12/9/2015 ຢູ່ ນະ​ຄອນ ຟານ​ທຽດ ແຂວງ ບີງ​ທ້ວນ ໂດຍ​ມີ​ການ​ເຂ​ົ້າ​ຮ່ວມ​ຂອງ​ຜູ້​ແທນກວ່າ 500 ຄົນ​ທີ່​ມາ​ຈາກ 3 ປະ​ເທດ ຄື: ຫວຽດ​ນາມ, ລາວ ແລະ​ກຳ​ປູ​ເຈຍ ພ້ອມ​ກັບ​ບັນ​ດາ​ນັກ​ລົງ​ທຶນ, ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ​ຢູ່​ພາຍ​ໃນ ແລະ​ຕ່າງ​ປະ​ເທດ, ບັນ​ດາ​ອົງ​ການ​ສາ​ກົນ. ກອງ​ປະ​ຊຸມ​ສຳ​ມະ​ນາ​ຄັ້ງ​ນີ້ ແມ່ນ​ເພື່ອ​ໄຈ້​ແຍກ​ຕີ​ລາ​ຄາ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ, ທ່າ​ໄດ້​ປ​ຽບ ແລະ ສະ​ພາບ​ຕົວ​ຈິງ​ການ​ພັດ​ທະ​ນາ​ທ່ອງ​ທ່ຽວ, ຈາກນັ້ນ ວາງ​ອອກ​ບັນ​ດາ​ນະ​ໂຍ​ບາຍ, ມາດ​ຕະ​ການຕິດ​ພັນການ​​ພັດ​ທະ​ນາກັບ​ບໍ​ລິ​ການ​ທ່ອງ​ທ່ຽວ​ຂອງ​ບັນ​ດາ​ແຂວງ, ນະ​ຄອນ ເຂດ​ແຄມ​ທະ​ເລ​ພາກ​ກາງ​ກັບ​ເຂດ​ຕາ​ເວັນ​ອອກ​ພາກ​ໃຕ້,ເຂດ​ໄຕ​ງວຽນ,ບັນ​ດາ​ແຂວງ​ພາກ​ໃຕ້​ຂອງ​ລາວ​ແລະ​ພາກ​ຕາ​ເວັນ​ອອກ​ສຽງ​ເຫນືອ​ກຳ​ປູ​ເຈຍ. ດ​ຣ ເຈີນ​ຢູ​ລີກ, ຫົວ​ຫນ້າ​ກຸ່ມ​ໃຫ້​ຄຳ​ປຶກ​ສາ​ການ​ຮ່ວມ​ມື​ພັດ​ທະ​ນາ​ເຂດ​ແຄ​ມ​ທະ​ເລ​ພາກ​ກາງ​ໃຫ້​ຮູ້​ວ່າ:         “
TAG
vovworld/ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ