ພິທີໄຫວ້ອາໄລ,ປົງອັດຖິທະຫານອາສາສະໝັກແລະນັກຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດຢູ່ລາວ
14/05/2014 10:05
ບັນດາຜູ້ແທນພ້ອມກັບປະຊາຊົນເປັນຈຳນວນຫຼາຍໄດ້ຖະຫວາຍທູບທຽນ, ສະແດງຄວາມຮູ້ບຸນຄຸນ ແລະ ຄວາມເຂົ້າອົກເຂົ້າໃຈຢ່າງເລິກເຊິ່ງ...

ພາບປະກອບ (vovworld) – ຕອນເຊົ້າວັນທີ 14/5, ຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ບາໂຢກ, ເມືອງ ໂບ່ແຈກ, ແຂວງ ກວາງບີ່ງ ໄດ້ຈັດຕັ້ງພິທີຮັບ ແລະ ປົ່ງອັດຖິທະຫານອາສາສະໝັກແລະນັກຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດຢູ່ລາວ 32 ຊຸດ. ບັນດາຜູ້ແທນພ້ອມກັບປະຊາຊົນເປັນຈຳນວນຫຼາຍໄດ້ຖະຫວາຍທູບທຽນ, ສະແດງຄວາມຮູ້ບຸນຄຸນ ແລະ ຄວາມເຂົ້າອົກເຂົ້າໃຈຢ່າງເລິກເຊິ່ງທີ່ໄດ້ເສຍສະຫຼະເລືອດເນື້ອຂອງຕົນເພື່ອພາລະກິດປົດປ່ອຍປະເທດລາວ. ບັນດາວິລະກຳຂອງບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດໄດ້ປະກອບສ່ວນເຮັດໃຫ້ໜ້າປະຫວັດສາດຄຳຂອງ 2 ຊາດເພີ່ມຄວາມສະຫງ່າລາສີຂຶ້ນຕື່ມ, ພ້ອມທັງຮັດແໜ້ນນ້ຳໃຈສັດຊື່ບໍລິສຸດ, ຄວາມສາມັກຄີ ມິດຕະພາບແບບພິເສດລະຫວ່າງ 2 ປະເທດ ຫວຽດນາມ - ລາວ.
TAG
vovworld/vov/ພິທີຮັບ/ປົງອັດຖິ
Related






