VOV WorldVOV World
ພິທີປະກາດສິນຄ້າຫວຽດນາມມີຄຸນນະພາບສູງປີ2014
26/02/2014 09:28
(vovworld)- ຕອນ​ຄຳ່​ວັນ​ທີ 25/2, ສະມາຄົມ​ວິ​ສາ​ຫະກິດ​ ຜະລິດ​ສິນຄ້າ​ທີ່ມີ​ຄຸນ​ນ​ະພາ​ບສູງ ຫວຽດນາມ ​ໄດ້​ປະກາດ ​ແລະ ​ເຊີດ​ຊູວິ​ສາ​ຫະກິດ 476
ພິທີປະກາດສິນຄ້າຫວຽດນາມມີຄຸນນະພາບສູງປີ2014
ພິທີປະກາດສິນຄ້າຫວຽດນາມມີຄຸນນະພາບສູງປີ2014 photo:internet  (vovworld)- ຕອນ​ຄຳ່​ວັນ​ທີ 25/2, ສະມາຄົມ​ວິ​ສາ​ຫະກິດ​ ຜະລິດ​ສິນຄ້າ​ທີ່ມີ​ຄຸນ​ນ​ະພາ​ບສູງ ຫວຽດນາມ ​ໄດ້​ປະກາດ ​ແລະ ​ເຊີດ​ຊູວິ​ສາ​ຫະກິດ 476 ​ແຫ່ງ ຍາດ​ໄດ້​ນາມມະຍົດ​ສິນຄ້າ​ຫວຽດນາມມີ​ຄຸນ​ນະພາ​ບສູງ​ປີ 2014 ​ໂດຍ​ຜູ້​ອຸປະ​ໂພ​ກບໍລິ​​ໂພ​ກ​ຄັດ​ເລືອກ. ພິທີ​ປະກາດ​ປີ​ນີ້ ມີ​ຫົວ​ຂໍ້​ວ່າ: “ບັນດາ​ມາດ​ຕະການ​ເພື່ອ​ເປັນ​ເຈົ້າ​ຕະຫລາດ​ໃຫມ່” ​ແມ່ນ​ບາດ​ລ້ຽວ​ເປັນ​ຂີດ​ໝາຍ​ບາ​ດກ້າວ​​ໃຫມ່ ພາຍຫລັງ 18 ປີ​ແຫ່ງ​ການ​ພັດທະນາ​ຂອງ​ລາຍການ​ດັ່ງກ່າວ. ນີ້​ກໍ​ແມ່ນ​ໂອກາດ​ເພື່ອ​ໃຫ້​ວິ​ສາ​ຫະກິດ ຜະລິດ​ສິນຄ້າ​ທີ່ມີ​ຄຸນ​ນ​ະພາ​ບສູງ ​ຫວຽດນາມພ້ອມ​ກັນ​ແບ່ງ​ປັນ​ບັນດາ​ມາດ​ຕະການ​ກ່ຽວ​ກັບ​ການ​ສຳ​ພັດ​ກັບ​ຕະຫລາດ ອາ​ຊຽນ ​ໃນ​ປີ 2015, ບັນດາ​ກາລະ​ໂອກາດ​​ດຳ​ເນີນອາຊີບ, ປ່ຽນ​​ໃຫມ່​ການ​ປະດິດ​ສ້າງ ​ແລະ ສ້າງ​ໂຄງ​ປະກອບ​ການ​ດຳ​ເນີນ​ທຸລະ​ກິດ​ຄືນ​ໃຫມ່, ຈາກ​ນັ້ນ ຊອກ​ຫາ​ມາດ​ຕະການ​ເໝາະ​ສົມ​ທີ່​ສຸດ​ໃຫ້​ແກ່​ຕົນ​ເອງ ​ເພື່ອ​ສືບ​ຕໍ່​ພັດທະນາ​ແບບ​ຍືນ​ຍົງ. ທ່ານ ຮີ່ງວັນ​ຫາຍ, ຜູ້ອຳນວຍການ​ບໍລິສັດ​ໝາກ​ໄມ້ ລອກ​ແຄງ ​​ໄດ້ແບ່ງປັນ​ວ່າ:        
TAG
vovworld/vov/