ພິທີສະເຫນີຕົວ “ປື້ມບັນທຶກ Dang Thuy Tram ” ເປັນພາສາລັດເຊຍ
25/07/2012 08:54
ວັນທີ 24/7 ຢູ່ ຮ່າໂນ້ຍ, “ປື້ມບັນທຶກ Dang Thuy Tram ” ເປັນພາສາລັດເຊຍ ໄດ້ອອກສະເຫນີຕົວຢ່າງເປັນທາງການ

ປື້ມບັນທຶກ Dang Thuy Tram ພາບ:internet (vovworld) - ວັນທີ 24/7 ຢູ່ ຮ່າໂນ້ຍ, “ປື້ມບັນທຶກ Dang Thuy Tram ” ເປັນພາສາລັດເຊຍ ໄດ້ອອກສະເຫນີຕົວຢ່າງເປັນທາງການ. ນີ້ແມ່ນສະບັບໄດ້ແປປັນພາສາຕ່າງປະເທດທີ 18 ຂອງປື້ມບັນທຶກ Dang Thuy Tram. ປື້ມບັນທຶກ Dang Thuy Tram ເປັນພາສາລັດເຊຍ ໂດຍແມ່ນດອກເຕີອັກສອນສາດ Anatoli Sokolov ສັງກັດສະຖາບັນຕາເວັນອອກ ຂອງລັດເຊຍ, ດອກເຕີ Le Van Nhan ອະດີດຫົວຫນ້າພະແນກພາສາລັດເຊຍ, ສັງກັດມະຫາວິທະຍາໄລພາສາຕ່າງປະເທດ ຮ່າໂນ້ຍ ຮ່ວມມືກັນແປປື້ມບັນທຶກ Dang Thuy Tram ດ້ວຍຊື່ເປັນພາສາລັດເຊຍ ແມ່ນ“ປື້ມບັນທຶກຂອງທ່ານໝໍຜູ້ຫນຶ່ງໃນສົງຄາມ”. ເຂົ້າຮ່ວມພິທີສະເຫນີຕົວ ມີທ່ານ Uong Chu Luu ຮອງປະທານສະພາແຫ່ງຊາດ ແລະ ການນຳຄະນະໂຄສະນາສຶກສາສູນກາງ, ກະຊວງຖະແຫລງຂ່າວ ແລະ ສື່ສານ, ຜູ້ຕາງຫນ້າສະຖານທູດລັດເຊຍ, Belarus, Ucraina ແລະ ຜູ້ທີ່ຮັກແພງທ່ານໝໍ Dang Thuy Tram ເຂົ້າຮ່ວມເປັນຈຳນວນຫລວງຫລາຍ. ກ່າວຄຳເຫັນນະພິທີ, ທ່ານ G. Antonov ທີ່ປຶກສາສະຖານທູດ ລັດເຊຍ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ:
TAG
ບັນທຶກ
Related






