ພິທີສະເໜີຕົວສະພາທີ່ປຶກສາຂອງຄະນະກຳມະການແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ
22/01/2015 12:44
(vovworld)- ຕອນເຊົ້າວັນທີ 22/1, ຢູ່ຮ່າໂນ້ຍ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມໄດ້ຈັດພິທີສະເໜີຕົວ...
ທ່ານ ເຈີນຮົ່ງຮ່າ ລັດຖະມົນຕີຊ່ວຍວ່າການກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມກ່າວຄຳເຫັນທີ່ພິທີສະເໜີຕົວ ສະພາທີ່ປຶກສາຂອງຄະນະກຳມະການແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (vovworld)- ຕອນເຊົ້າວັນທີ 22/1, ຢູ່ຮ່າໂນ້ຍ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມໄດ້ຈັດພິທີສະເໜີຕົວ ສະພາທີ່ປຶກສາຂອງຄະນະກຳມະການແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ປະກາດບົດລາຍງານພິເສດຂອງຫວຽດນາມກ່ຽວກັບການຄຸ້ມຄອງຄວາມສ່ຽງໄພທຳມະຊາດແນໃສ່ຊຸກຍູ້ການດັດປັບໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ. ສະພາທີ່ປຶກສາຂອງຄະນະກຳມະການແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດໄດ້ຮັບການສ້າງຕັ້ງຂຶ້ນເພື່ອແນໃສ່ໃຫ້ຄຳປຶກສາໃຫ້ແກ່ລັດຖະບານ ແລະ ຄະນະກຳມະການແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດກ່ຽວກັບບັນດາແຜນນະໂຍບາຍ, ນະໂຍບາຍ, ບັນດາບັນຫາວິທະຍາສາດ, ເຕັກໂນໂລຢີກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ແນໃສ່ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ. ທ່ານ ເຈີນຮົ່ງຮ່າ ລັດຖະມົນຕີຊ່ວຍວ່າການກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ໃຫ້ຮູ້ວ່າ : “ ໄລຍະທີ່ຈະມາເຖິງ, ກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ສະພາທີ່ປຶກສາຂອງຄະນະກຳມະການແຫ່ງຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ມີບັນດາບົດລາຍງານໃຫ້ຄຳປຶກສາເປັນປະຈຳເພື່ອໃຫ້ລັດຖະບານມີພື້ນຖານກຳນົດບັນດາຍຸດທະສາດພັດທະນາເສດຖະກິດສັງຄົມໃນທຸກຂົງເຂດ. ”
TAG
vov/vovworld/ດິນຟ້າອາກາດ
Related






