ພິທີຊັກທຸງອາຊຽນຢູ່ລັດອົດສະຕາລີຕາເວັນຕົກເນື່ອງໃນໂອກາດ 48 ປີແຫ່ງວັນສ້າງຕັ້ງ
05/08/2015 11:14
(vovworld)- ເນື່ອງໃນໂອກາດສະເຫຼີມສະຫຼອງ 48 ປີແຫ່ງວັນສ້າງຕັ້ງອາຊຽນ, ຕອນເຊົ້າວັນທີ 5/8....

ພິທີຊັກທຸງອາຊຽນ (vovworld)- ເນື່ອງໃນໂອກາດສະເຫຼີມສະຫຼອງ 48 ປີແຫ່ງວັນສ້າງຕັ້ງອາຊຽນ, ຕອນເຊົ້າວັນທີ 5/8, ສະຖານກົງສູນໃຫຍ່ຫວຽດນາມປະຈຳ Perth, ໃນຖານະບົດບາດເປັນປະທານກຸ່ມບັນດາປະເທດອາຊຽນ ພ້ອມກັບສຳນັກງານຜູ້ຕາງໜ້າບັນດາປະເທດອາຊຽນປະຈຳລັດອົດສະຕາລີຕາເວັນຕົກ ສົມທົບກັບນະຄອນ Perth ຈັດພິທີຊັກທຸງອາຊຽນຢູ່ ສຳນັກງານປົກຄອງນະຄອນ. ຕາງໜ້າກຸ່ມສຳນັກງານຜູ້ຕາງໜ້າບັນດາປະເທດອາຊຽນປະຈຳລັດອົດສະຕາລີຕາເວັນຕົກ, ທ່ານຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ເລວຽດຢວຽນ ໄດ້ແຈ້ງໃຫ້ຊາບກ່ຽວກັບວິວັດທະນາການກໍ່ສ້າງປະຊາຄົມອາຊຽນ, ບັນດາຄວາມມານະພະຍາຍາມຂອງອາຊຽນແນໃສ່ຮັບປະກັນສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາໃນພາກພື້ນໃນສະພາບຄວາມເຄັ່ງຕຶງທີ່ພວມເພີ່ມທະວີຂຶ້ນຢູ່ເຂດທະເລຕາເວັນອອກ. ທ່ານຫົວໜ້າສະຖານກົງສູນໃຫຍ່ຫວຽດນາມ ເລວຽດຢວຽນ ຍັງສະແດງຄວາມຫວັງວ່າ ນະຄອນ Perth ຈະຍູ້ແຮງການພົວພັນກັບບັນດາທ້ອງຖິ່ນຂອງບັນດາປະເທດອາຊຽນໃນໄລຍະທີ່ຈະມາເຖິງ.
TAG
vovworld/ຊັກທຸງ/ອາຊຽນ
Related






