ພັກບັນດານັກກອມມູນິດອີຕາລີເຊີດຊູບົດບາດຂອງ ພັກກອມມູນິດຫວຽດນາມ
24/10/2015 09:25
(vovworld)- ຕອບສຳພາດນັກຂ່າວຂ່າວສານຫວຽດນາມປະຈຳອີຕາລີ, ວັນທີ 23/10...

ທ່ານເລຂາທິການໃຫຍ່ພັກບັນດານັກກອມມູນິດອີຕາລີ Procaccini (vovworld)- ຕອບສຳພາດນັກຂ່າວຂ່າວສານຫວຽດນາມປະຈຳອີຕາລີ, ວັນທີ 23/10, ທ່ານເລຂາທິການໃຫຍ່ພັກບັນດານັກກອມມູນິດອີຕາລີ Procaccini ໃຫ້ຂໍ້ສັງເກດວ່າ : ພັກກອມມູນິດຫວຽດນາມແມ່ນແວນແຍງທີ່ໃສແຈ້ງສຳລັບຂະບວນການກອມມູນິດສາກົນ. ທ່ານເລຂາທິການໃຫຍ່ພັກບັນດານັກກອມມູນິດອີຕາລີ Procaccini ເນັ້ນໜັກວ່າ : ພັກກອມມູນິດຫວຽດນາມມີບົດບາດສຳຄັນພິເສດ, ໂດຍສະເພາະແມ່ນພາຍຫຼັງທີ່ກຸ່ມບັນດາປະເທດສັງຄົມນິຍົມຢູ່ເອີລົບຕາເວັນອອກພັງທະລາຍ. ຕາມທ່ານທ່ານເລຂາທິການໃຫຍ່ພັກບັນດານັກກອມມູນິດອີຕາລີ Procaccini ແລ້ວ, ຄວາມຖືກຕ້ອງຂອງແນວທາງການປ່ຽນແປງໃໝ່ໂດຍ ພັກກອມມູນິດຫວຽດນາມຍົກອອກມາ ແລະ ປະຕິບັດ ໄດ້ສ້າງການປ່ຽນແປງທີ່ມີລັກສະນະບາດລ້ຽວທາງດ້ານເສດຖະກິດ, ການເມືອງ, ສັງຄົມ ແລະ ການພົວພັນຕ່າງປະເທດຂອງຫວຽດນາມ. ນີ້ແມ່ນບັນດາປັດໄຈພື້ນຖານຊ່ວຍຫວຽດນາມປະສົບຜົນສຳເລັດຄືວັນນີ້.
TAG
vovworld/ພັກກອມມູນິດ
Related






