ພັກກອມມູນິດຫວຽດນາມແລະພັກແຮງງານເມຊີໂກເພີ່ມທະວີການພົວພັນຮ່ວມມື
06/07/2013 09:39
(vovworld)-ຄະນະຜູ້ແທນຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ໂດຍທ່ານ ຫວູງອກຮ່ວາງ, ຮອງຫົວຫນ້າຄະນະປະຈຳນຳຫນ້າ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ເມຊີໂກ ແຕ່ວັນທີ 30/6-4/7
ທ່ານ ຫວູງອກຮ່ວາງມອບຂອງຂວັນໃຫ້Anaya Gutierez ເລຂາທິການໃຫຍ່ພັກແຮງງານ ເມຊີໂກ ພາບ:TTXVN (vovworld)-ຄະນະຜູ້ແທນຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ໂດຍທ່ານ ຫວູງອກຮ່ວາງ, ຮອງຫົວຫນ້າຄະນະປະຈຳນຳຫນ້າ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ເມຊີໂກ ແຕ່ວັນທີ 30/6-4/7 ຕາມຄຳເຊີນຂອງພັກແຮງງານເມຊີໂກ. ການຢ້ຽມຢາມເພື່ອຊຸກຍູ້ການພົວພັນຮ່ວມມື ແລະ ແລກປ່ຽນບົດຮຽນໃນວຽກງານສຶກສາ ແລະ ໂຄສະນາ. ໃນໄລຍະຢູ່ຢ້ຽມຢາມເມຊີໂກ, ທ່ານ ຫວູງອກຮ່ວາງ ໄດ້ເຂົ້າຢ້ຽມຂຳ່ນັບທ່ານ Anaya Gutierez ເລຂາທິການໃຫຍ່ພັກແຮງງານ ເມຊີໂກ. ສອງຝ່າຍເປັນເອກະພາບດຳເນີນບັນດາການແລກປ່ຽນສອງຝ່າຍກ່ຽວກັບວຽກງານທິດສະດີຄັ້ງທີ 2 ຢູ່ ເມຊີໂກ ແລະ ການເຄື່ອນໄຫວນີ້ໄດ້ຮັບການຈັດຕັ້ງໝູນວຽນປະຈຳປີ. ເນື່ອງໃນໂອກາດນີ້, ທ່ານ Gutierez ປະກາດວ່າ: ພັກແຮງງານ ເມຊີໂກ ມອບລົດເຂັນ 50 ຄັນໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຢູ່ຫວຽດນາມ.
TAG
ແຮງງານ
Related






