VOV WorldVOV World
ຜົນງານຈາກການຫັນເປັນອຸດສາຫະກຳ ແລະ ທັນສະໄໝໄດ້ຊ່ວຍ ຫວຽດນາມ ພັດທະນາ
25/03/2014 10:46
(vovworld) -​ ​ໃນ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່, ​ໂຄງ​ປະກອບ​ເສດຖະກິດ​ຫວຽດນາມ ​ໄດ້​ຫັນ​ປ່ຽນ​ຢ່າງ​ຕັ້ງໜ້າ​ຕາມ​ທິດ ອຸດສາຫະກຳ ​ແລະ ທັນ​ສະ​ໄໝ.
ຜົນງານຈາກການຫັນເປັນອຸດສາຫະກຳ ແລະ ທັນສະໄໝໄດ້ຊ່ວຍ ຫວຽດນາມ ພັດທະນາ
(vovworld) -​ ​ໃນ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່, ​ໂຄງ​ປະກອບ​ເສດຖະກິດ​ຫວຽດນາມ ​ໄດ້​ຫັນ​ປ່ຽນ​ຢ່າງ​ຕັ້ງໜ້າ​ຕາມ​ທິດ ອຸດສາຫະກຳ ​ແລະ ທັນ​ສະ​ໄໝ. ການ​ເຊື່ອມ​ໂຍງ​​ພື້ນຖານ​ເສດຖະກິດ​ຫວຽດນາມ​ ເຂົ້າກັບ​ເສດຖະກິດ​ໂລກນັບ​ມື້​ນັບ​ເລິກ​ເຊິ່ງ, ກວ້າງຂວາງ ​ແລະ​ຮອບດ້ານ ​ໄດ້​ສ້າງ​​ເງື່ອນ​ໄຂ​ອັນ​ໃຫຍ່​ຫຼວງ​, ​ແຕ່​ກໍ່​ເປັນການ​ທ້າ​ທາຍ​ບໍ່​ແມ່ນ​ໜ້ອຍໃຫ້​ແກ່​ພວກ​ເຮົາ. ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫງວຽນ​ຊວນ​ຟຸກ ​ໄດ້​​ເນັ້ນ​ໜັກ​ຄື​ດັ່ງກ່າວ ທີ່​ກອງ​ປະຊຸມ​ສຳ​ມະ​ນາ ”ບາງ​ບັນຫາ​ທິດ​ສະ​ດີ​ກ່ຽວ​ກັບ​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ໃນ​ວິວັດ​ການ​ປ່ຽນ​ໃໝ່ ​ແລະ ພັດທະນາ​ຢູ່​ຫວຽດນາມ”. ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫງວຽນ​ຊວນ​ຟຸກ ​ຢືນຢັນວ່າ ​ບັນດາ​ຜົນງານ​ຂອງ​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ ​ໄດ້​ປະກອບສ່ວນ​ສຳຄັນ ​​ເຂົ້າ​ໃນ​ການປັບປຸງ​ຊີວິດ​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ, ຫຼຸດຜ່ອນ​ອັດຕາ​ສ່ວນ​ຄອບຄົວ​ທີ່​ທຸກ​ຍາກ​ອຶດ​ຫີ​ວ, ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ ​ແລະ ສັງຄົມ, ຍົກ​ສູງ​ທີ່​ຕັ້ງ​ຫວຽດນາມ​ໃນ​ເວທີ​ສາກົນ…ທ່ານ​ຮອງ​ນາຍົກລັດຖະ ມົນ​ຕີ ຫງວຽນ​ຊວນ​ຟຸກ ​ ​ເນັ້ນ​ໜັກ​ວ່າ:         ”
TAG
vovworld/vov/ເສດຖະກິດ