ປ່ຽນໃຫມ່ຈີນຕະນາການວິທະຍາສາດເຕັກໂນໂລຊີຈາກນະໂຍບາຍ
06/09/2014 10:20
(vovworld)- ວັນທີ 6/9, ທ່ານ ຫງວຽນທ້ຽນເຍີນ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ

ທ່ານຫງວຽນທ້ຽນເຍີນ ໂອ້ລົມກັບບັນດາສາດສະດາຈານ ພາບ:diembao.info (vovworld)- ວັນທີ 6/9, ທ່ານ ຫງວຽນທ້ຽນເຍີນ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ພົບປະ ແລະເຮັດວຽກກັບ ສາດສະດາຈານ 21 ທ່ານ ຊື່ງແມ່ນບັນດາການນຳສະມາຄົມທີ່ຂຶ້ນກັບສະຫະພັນບັນດາສະມາຄົມວິທະຍາສາດເຕັກນິກຫວຽດນາມ ແນໃສ່ ປະກອບສ່ວນຫັນມະຕິສູນກາງຄັ້ງທີ 6 ກ່ຽວກັບການປ່ຽນໃຫມ່ ແລະ ພັດທະນາວິທະຍາສາດເຕັກໂນໂລຊີເປັນລະອຽດ, ເສີມຂະຫຍາຍການປະກອບສ່ວນຂອງຖັນແຖວປັນຊາຊົນຫວຽດນາມ. ຕີລາຄາສູງຄຳເຫັນຂອງບັນດາສາດສະດາຈານດັ່ງກ່າວ, ທ່ານ ຫງວຽນທ້ຽນເຍີນ ຖືວ່າ: ບັນດາສາດສະດາຈານ ໄດ້ເຮັດແຈ້ງບັນດາເນື້ອໃນສົມທົບລະຫວ່າງແນວໂຮມປະເທດຊາດຫວຽດນາມ ແລະ ສະຫະພັນບັນດາສະມາຄົມວິທະຍາສາດເຕັກນິກຫວຽດນາມ. ທ່ານ ຫງວຽນທ້ຽນເຍີນ ສະເຫນີ ບັນດາສາດສະດານຈານ ກໍຄືສະມາຄົມສະມາຊີກສະຫະພັນ ຄວນເສີມຂະຫຍາຍບົດບາດໄຈ້ແຍກຕີລາຄາສັງຄົມ ພິເສດ ເພີ່ມທະວີຄວາມສາມັກຄີ ເພື່ອສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ.
TAG
vovworld/ສາດສະດາຈານ
Related






