VOV WorldVOV World
ປົວແປງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢູ່ເຂດໄຕບັກ
14/12/2013 09:15
vovworld)- ກອງ​ປະຊຸມ​ຫົວ​ເລື່ອງ​ສະ​ເພາະ“ປົວ​ແປງ​ສະພາບ​ແວດ​ລ້ອມ​​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ ​ແລະ ດຶງ​ດູດ​ບັນດາ​ໂຄງການຫນູນ​ຊ່ວຍ​ພັດທະນາ​ຢ່າງ​ເປັນ​ທາງ​ການ( ODA)
ປົວແປງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢູ່ເຂດໄຕບັກ
ທ່ານ​ ຫງວຽນ​ຊວນ​ຟຸກ, ຮອງ​ນາຍົກລັດຖະມົນຕີຫວຽດນາມ ພາບ:chinhphu.vn (vovworld)-  ກອງ​ປະຊຸມ​ຫົວ​ເລື່ອງ​ສະ​ເພາະ“ປົວ​ແປງ​ສະພາບ​ແວດ​ລ້ອມ​​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ ​ແລະ ດຶງ​ດູດ​ບັນດາ​ໂຄງການຫນູນ​ຊ່ວຍ​ພັດທະນາ​ຢ່າງ​ເປັນ​ທາງ​ການ( ODA), ​ໂຄງການ​ຂອງ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ(NGO) ​ເຂົ້າ​ເຂດ​ໄຕ​ບັກ(ໝາຍ​ເຖິງ​ທາງ​ທິດຕາ​ເວັນ​ຕົກ​ສຽງ​​ເຫນືອ​ຫວຽດນາມ) ​ໂດ​ຍຄະນະ​ຊີ້​ນຳ​ເຂດ​ໄຕ​ບັກ​ສົມທົບ​ກັບ​ຫ້ອງການ​ການ​ຄ້າ ​ແລະ ອຸດສາຫະກຳ ຫວຽດນາມ ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 14/12 ຢູ່ ​ແຂວງ ​​ຟູ​ທໍ້. ກ່າວ​ຄ​ຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ ຫງວຽນ​ຊວນ​ຟຸກ, ຮອງ​ນາຍົກລັດຖະມົນຕີ, ຫົວຫນ້າ​ຄະນະ​ຊີ້​ນຳ​ເຂດ ​ໄຕ​ບັກ ​ໄດ້​ຢືນຢັນ​ວ່າ: ຍາມ​ໃດ​ພັກ, ລັດ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ເຂດ​ໄຕ​ບັກ ດ້ວຍ​ຫລາຍ​ນະ​ໂຍບາຍ​ບຸລິມະສິດ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ​ເປັນ​ຕົ້ນ​ແມ່ນ​ການ​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ, ຮັບປະກັນ​ຊີວິດ​ສັງຄົມ. ບັນດາ​ແຂວງ ​ໄຕ​ບັກ ຄວນ​ຊອກ​ຫາ​ມາດ​ຕະການ​ມີ​ປະສິດທິ​ຜົນ​ເພື່ອ​ລະດົມບັນດາ​ແຫ​ລ່ງ​ກຳລັງ​​ໃຫ້​ແກ່​ການ​ລົງທຶນ​ພັດທະນາ​ເຂດ. ທ່ານ​ຮອງ​ນາຍົກລັດ​ຖະມົນຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈງ​ວ່າ:
TAG
vovworld/vov/ສະພາບແວດລ້ອມແຫ່ງການລົງທຶນ