VOV WorldVOV World
ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ການ​ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ປະ​ຕິ​ຮູບ​ຢ່າງ​ຮອບ​ດ້ານ
01/04/2026 07:18
[VOVWORLD] - ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຫາ​ກໍ​ຮັບ​ຮອງ​ເອົາ​ມະ​ຕິ​ສະ​ບັບ​ໜຶ່ງ​ທີ່​ມີ​ລັກ​ສະ​ນະ​ບາດ​ລ້ຽວ ແນ​ໃສ່​ປັບ​ປຸງ​ຂັ້ນ​ຕອນ​ການ​ສ້າງ, ປະ​ຕິ​ບັດ ແລະ ຕີ​ລາ​ຄາບ​ັນ​ດາ​ໜ້າ​ທີ່​ຂອງ​ອົງ​ການຫຼາຍ​ຝ່າຍ​ໃຫຍ່​ສຸດ​ໃນ​ທົ່ວ​ໂລກ ຢ່າງ​ຮອບ​ດ້ານ.
ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ການ​ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ປະ​ຕິ​ຮູບ​ຢ່າງ​ຮອບ​ດ້ານ
    ເຫດ​ການ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 31 ມີ​ນາ ຢູ່ ນິວຢອກ ເຊິ່ງ​ເປັນ​ຂີດ​ໝາຍ​ສຳ​ຄັນ​ໃນ​ຂອບ​ເຂດ​ການ​ຜັນ​ຂະ​ຫຍາຍ “ຂໍ້​ລິ​ເລີ່ມ UN80”- ຄວາມ​ມາ​ນະ​ພະ​ຍາ​ຍາມປະ​ຕິ​ຮ​ູ​ບ​ຢ່າງ​ຮອບ​ດ້ານ​ຊ່ວຍ​ໃຫ້ ສ​ປ​ຊ ມີ​ການ​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ຕິດ​ພັນ​ກັບ​ສະ​ພາບ​ການ​ໂລກ​ທີ່​ພວມ​ມີ​ການ​ຜັນ​ແປ​ຢ່າງ​ບໍ່​ຢຸດ​ຢັ້ງຫຼາຍກວ່າ​ອີກ. ປະ​ລິ​ມານ​ໜ້າ​ທີ່​ນັບ​ມື້​ນັບຫຼາຍ​ຂອງ ສ​ປ​ຊ ໄດ້​ສ້າງ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ, ປະ​ລິ​ມານ​ບົດ​ລາຍ​ງານ ແລະ ກອງ​ປະ​ຊຸມ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ແຮງ, ພ້ອມ​ທັງ​ຈ​ຳ​ກັດ​ຄວາມ​ສາ​ມາດ​ຕິດ​ຕາມກວດ​ກາ, ຕີ​ລາ​ຄາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.         ໃນ​ສະ​ພາບ​ການ​ນັ້ນ, ມະ​ຕິ​ສະ​ບັບ​ໃໝ່​ທີ່​ໄດ້​ຮັບ​ການ​ຮັບ​ຮອງ​ເອົານັ້ນ ໄດ້ເປັນ​ຂີດ​ໝາຍ​ທຳ​ອິດ ຂອງ ສ​ປ​ຊ ວາງ​ອອກວິ​ທີ​ການ​ເຂົ້າ​ເຖິງ​ທີ່​ມີ​ໂຄງ​ສ້າງ​ຢ່າງ​ຈະ​ແຈ້ງ ແລະ ສຸມ​ໃສ່ລຸ​ລ່ວງ​ວິ​ວັດ​ທະ​ນາ​ການ​ລິ​ເລີ່ມ, ສ້າງ​ຕັ້ງ, ຜັນ​ຂະ​ຫຍາຍ ແລະ ຕີ​ລາ​ຄາ​ບັນ​ດາ​ໜ້າ​ທີ່ຫຼາຍກວ່າ​ອີກ.
TAG
VOV/VOVWORLD/ສ​ປ​ຊ ຮັບ​ຮອງ​ເອົາ​ມະ​ຕິ​ວ່າ​ດ້ວຍ​ການ​ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ປະ​ຕິ​ຮູບ​ຢ່າງ​ຮອບ​ດ້ານ/LAO VOV5/ຂໍ້​ລິ​ເລີ່ມ UN80