ສ້າງຕັ້ງຄະນະກຳມະການສາກົນສືບສວນສາຍເຫດເຮືອບິນMH370ຖືກຫາຍສາບສູນ
24/04/2014 08:53
vovworld) - ທ່ານ Hishammuddin Hussein, ຜູ້ຮັກສາການລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ມາເລເຊຍ ໃຫ້ຮູ້ວ່າ: ວັນທີ 23/4, ຄະນະລັດຖະບານປະເທດນີ້ ໄດ້ໃຫ້ສັດຕະຍາບັນເລື່ອງສ້າງຕັ້ງຄະນະກຳມະການສາກົນເພື່ອສືບສວນກໍລະນີເຮືອບິນMH370

ທ່ານ Hishammuddin Hussein photo:internet (vovworld) - ທ່ານ Hishammuddin Hussein, ຜູ້ຮັກສາການລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ມາເລເຊຍ ໃຫ້ຮູ້ວ່າ: ວັນທີ 23/4, ຄະນະລັດຖະບານປະເທດນີ້ ໄດ້ໃຫ້ສັດຕະຍາບັນເລື່ອງສ້າງຕັ້ງຄະນະກຳມະການສາກົນເພື່ອສືບສວນກໍລະນີເຮືອບິນMH370 ຂອງບໍລິສັດການບິນ Malaysia Airlines ຖືກຫາຍສາບສູນ. ກ່າວຄຳເຫັນກັບນັກຂ່າວຢູ່ ນະຄອນຫລວງ ກົວລາລຳເປີ, ທ່ານ Hishammuddin Hussein ຊີ້ແຈ້ງວ່າ: ຈຸດປະສົງຕົ້ນຕໍຂອງຄະນະກຳມະການສືບສວນສາກົນນີ້ ແມ່ນເພື່ອຕີລາຄາ, ສືບສວນ ແລະ ກຳນົດສາຍເຫດທີ່ເຮັດໃຫ້ເຮືອບິນລຳດັ່ງກ່າວຖືກ ຫາຍສາບສູນ ເພື່ອສາມາດສະກັດກັ້ນບັນດາອຸປະຕິເຫດຄ້າຍຄືກັນໃນອະນາຄົດ. ຕາມທ່ານ Hishammuddin Hussein ແລ້ວ, ລັດຖະບານ ມາເລເຊຍ ພວມປຶກສາຫາລືກັບກຸ່ມບໍລິສັດແຫ່ງຊາດ Malaysia Petronas ແລະ ອົງການອື່ນຈຳນວນຫນຶ່ງ ເພື່ອເປີດກວ້າງການຊອກຫາຢູ່ທ້ອງທະເລທາງທິດໃຕ້ມະຫາສະມຸດອິນເດຍ.
TAG
vovworld/vov/ຫາຍສາບສູນ
Related






