ສ້າງໂທລະສັບສາຍດ່ວນຫນູນຊ່ວຍພົນລະເມືອງຫວຽດນາມຢູ່ລີບີ
31/07/2014 11:02
(vovworld)- ວັນທີ 31/7, ເມື່ອຕອບຄຳຖາມກ່ຽວກັບສະພາບຄວາມເຄັ່ງຕຶງຢູ່ ລີບີ ແລະ ວຽກງານປົກປ້ອງພົນລະເມືອງ ຫວຽດນາມ ພວມເຮັດວຽກ

ພົນລະເມືອງຫວຽດນາມກັບຄືນເມືອປະເທດເມື່ອລີບີ ເກີດ ສະພາວະການຮົບໃນປີ 2011 (vovworld)- ວັນທີ 31/7, ເມື່ອຕອບຄຳຖາມກ່ຽວກັບສະພາບຄວາມເຄັ່ງຕຶງຢູ່ ລີບີ ແລະ ວຽກງານປົກປ້ອງພົນລະເມືອງ ຫວຽດນາມ ພວມເຮັດວຽກ ແລະ ດຳລົງຊີວິດຢູ່ ລີບີ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບີງ ໃຫ້ຮູ້ວ່າ: ປະຈຸບັນ ມີ ພົນລະເມືອງ ຫວຽດນາມ ປະມານ 1550 ຄົນ ພວມເຮັດວຽກຢູ່ ລີບີ ແຕ່ສ່ວນຫລາຍຢູ່ເຂດທີ່ບໍ່ທັນເກີດສະພາວະການຮົບ. ກະຊວງການຕ່າງປະເທດຫວຽດນາມ ໄດ້ຊີ້ນຳໃຫ້ບັນດາອົງການການທູດຢູ່ ລີບີ ກໍຄືຢູ່ບັນດາປະເທດໃນພາກພື້ນ ຕິດຕາມສະພາບການ, ສົມທົບຢ່າງແຫນ້ນແຟ້ນກັບ ບັນດາອົງການກ່ຽວຂ້ອງຂອງປະເທດປະຈຳຖິ່ນ ກໍຄືບັນດາບໍລິສັດຈ້າງຄົນງານຫວຽດນາມ ເພື່ອກຽມພ້ອມບັນດາຮູບການຫນູນຊ່ວຍ ຮັບປະກັນຄວາມປອດໄພໃຫ້ແກ່ພົນລະເມືອງຫວຽດນາມ. “
TAG
vovworld/ສະພາວະການຮົບ
Related






