ສ້າງພື້ນຖານດ້ານກົດໝາຍຢ່າງແຫນ້ນແຟ້ນປະກອບສ່ວນແກ້ໄຂການຕັດສິນລົງໂທດບໍ່ຍຸຕິທຳ,ຜິດພາດ
05/06/2015 10:20
(vovworld)- ຕອນບ່າຍວັນທີ 5/6, ພາຍໃຕ້ການຊີ້ນຳຂອງທ່າຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລືວ

ກອງປະຊຸມສະໄຫມສາມັນເທື່ອທີ 9 ສະພາແຫ່ງຊາດຊຸດທີ 13 (vovworld)- ຕອນບ່າຍວັນທີ 5/6, ພາຍໃຕ້ການຊີ້ນຳຂອງທ່າຮອງປະທານສະພາແຫ່ງຊາດຫວຽດນາມ ອວງຈູລືວ, ບັນດາສະມາຊິກສະພາແຫ່ງຊາດໄດ້ຮັບຟັງບົດລາຍງານຂອງຄະນະປະຈຳສະພາແຫ່ງຊາດກ່ຽວກັບສະພາບການຜູ້ຖືກຕັດສິນລົງໂທດບໍ່ຍຸຕິທຳ, ພິພາກສາຜິດພາດໃນການໝູນໃຊ້ກົດໝາຍອາຍາ, ການດຳເນີນຄະດີອາຍາ ແລະ ການຊົດເຊີຍຄວາມເສຍຫາຍໃຫ້ຜູ້ຖືກຕັດສິນລົງໂທດບໍ່ຍຸຕິທຳໃນການເຄື່ອນໄຫວດຳເນີນຄະດີອາຍາຕາມຂໍ້ກຳນົດຂອງກົດໝາຍ. ບົດລາຍງານຂອງຄະນະປະຈຳສະພາແຫ່ງຊາດໄດ້ໃຫ້ຮູ້ວ່າ: ສະພາບການຕັດສິນລົງໂທດບໍ່ຍຸຕິທຳ, ການພິພາກສາຜິດພາດໄດ້ຫລຸດລົງຫລາຍເມື່ອທຽບໃສ່ກ່ອນນີ້. ຄະນະປະຈຳສະພາແຫ່ງຊາດ ສະເຫນີອົງການສືບສວນສອບສວນ, ໄອຍະການ ແລະ ສານຂັ້ນຕ່າງໆ ສືບຕໍ່ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ປະຕິບັດກົດໝາຍໃນການເຄື່ອນໄຫວສືບສວນ, ສັ່ງຟ້ອງ, ພິພາກສາ ບໍ່ປະໃຫ້ເກີດບັນດາກໍລະນີຖືກຕັດສິນລົງໂທດບໍ່ຍຸຕິທຳ, ພິພາກສາຜິດພາດ.
TAG
vovworld/ສະພາແຫ່ງຊາດ
Related






