ຊາວຫວຽດນາມອາໄສຢູ່ຫລາຍປະເທດໃນໂລກກັບຄືນເມືອຕ້ອນຮັບບຸນເຕັດຢູ່ຫວຽດນາມ
23/01/2014 10:48

(vovworld)- ຕອນເຊົ້າວັນທີ 23/1 ຢູ່ ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຈັດຕັ້ງງານພົບປະສັງສັນຄະນະຜູ້ແທນຊາວຫວຽດນາມອາໄສຢູ່ຕ່າງປະເທດ ກັບເມືອຕ້ອນຮັບບຸນເຕັດຢູ່ຫວຽດນາມ. ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນທ້ຽນເຍີນ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ທົບທວນຄືນບັນດາຜົນງານດ້ານເສດຖະກິດສັງຄົມປີ 2013 ແລະ ຮັບຮູ້ບັນດາການປະກອບສ່ວນຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນບັນດາຜົນງານລວມນັ້ນ. ທ່ານ ຫງວຽນທ້ຽນເຍີນ ໃຫ້ຮູ້ວ່າ: ປີນີ້ ລັດຖະບານຫວຽດນາມ ຈະດຳເນີນກອງປະຊຸມສະຫລຸບ 10 ປີ ແຫ່ງການປະຕິບັດມະຕິ 36 ຂອງກົມການເມືອງ ກ່ຽວກັບວຽກງານສຳລັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ. ນີ້ແມ່ນໂອກາດສຳຄັນເພື່ອກວດກາຄືນນະໂຍບາຍ, ແຜນນະໂຍບາຍຂອງ 10 ປີຜ່ານມາ ເພື່ອຕອບສະຫນອງຄວາມຕ້ອງການ ແລະ ຄວາມມຸ່ງມາດປາດຖະຫນາຂອງຊາວຫວຽດນາມ ພວມອາໄສຢູ່ຫລາຍປະເທດໃນໂລກ. ງານພົບປະສັງສັນກັບຄະນະຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກ່ອນຫນ້ານັ້ນ, ຕອນເຊົ້າວັນດຽວກັນ, ວິທະຍຸກະຈາຍສຽງຫວຽດນາມ ຈັດຕັ້ງງານພົບປະສັງສັນກັບຄະນະຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເນື່ອງໃນໂອກາດປີໃຫມ່ປີມະເມຍ 2014. ການພົບປະສັງສັນມີຫົວຂໍ້ວ່າ: “ລະດູບານໃຫມ່ແຫ່ງການເຕົ້າໂຮມ”. ກ່າວຄຳເຫັນທີ່ງານພົບປະສັງສັນ, ທ່ານ ຫງວຽນຟູບີ່ງ, ປະທານສະມາຄົມພົວພັນຕິດຕໍ່ກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ ຊີ້ແຈ້ງວ່າ:
TAG
vovworld/vov/ງານພົບປະສັງສັນ
Related






