VOV WorldVOV World
ສະເຫລີມສະຫລອງ 30 ປີແຫ່ງວັນຄູ ຫວຽດນາມ
15/11/2012 07:13
ຕອນ​ບ່າຍ​ວັນ​ທີ 14/11 ຢູ່ ຮ່າ​ໂນ້ຍ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫລີ​ມສະ​ຫລອງ 30 ປີ​ແຫ່ງ​ວັນ​ຄູ ​ແລະ ມອບ​ນາ​ມະ​ຍົດ​ຄູປະຊາຊົນ, ຄູ​​ດີ​ເດັ່ນ 2012
(vovworld) - ຕອນ​ບ່າຍ​ວັນ​ທີ 14/11 ຢູ່ ຮ່າ​ໂນ້ຍ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫລີ​ມສະ​ຫລອງ 30 ປີ​ແຫ່ງ​ວັນ​ຄູ ​ແລະ ມອບ​ນາ​ມະ​ຍົດ​ຄູປະຊາຊົນ, ຄູ​​ດີ​ເດັ່ນ 2012. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ຮອງ​ປະທານ​ປະ​ເທດ​ຫວຽດນາມ Nguyen Thi Doan ຊີ້​ແຈງ​ວ່າ ຕໍ່ຫນ້າ​ຄຳ​ຮຽກຮ້ອງ​ຕ້ອງການ​ໃຫມ່​ໃນ​ການ​ພັດທະນາ​ປະ​ເທດ​ຊາດ, ຫນ້າ​ທີ່​ຂອງ​ຂະ​ແຫນງ​ສຶກສາ ​ແລະ ບຳລຸງ​ສ້າງ​​ແມ່ນຫນັກຫນ່ວງ​ກວ່າ, ຮຽກຮ້ອງ​ໃຫ້​ຄູ​ອາຈານ​ຕ້ອງຝຶກ​ຝົນ​ຫລໍ່​ຫລອມ​ກ່ຽວ​ກັບ​ຄຸນ​ນະ​ທາດ​ດ້ານ​ການ​ເມືອງ, ຈັນຍາທຳ​ວິຊາ​ຊະ​ເພາະ​ເພື່ອ​ກາຍ​ເປັນ​ແບບຢ່າງ​​ໃຫ້​ແກ່​ນັກຮຽນ. ທ່ານ​ນາງຮອງ​ປະທານ​ປະ​ເທດ Nguyen Thi Doan ສະ​ເຫ​ນີວ່າ: