ສະເຫຼີມສະຫຼອງວັນກະຈາຍສຽງໂລກປີ 2015 ຢູ່ຫວຽດນາມ
10/02/2015 11:52
(vovworld)- ວັນທີ 10/2, ຢູ່ຮ່າໂນ້ຍ, ວິທະຍຸກະຈາຍສຽງຫວຽດນາມ VOV ໄດ້ສົມທົບກັບຫ້ອງການ UNESCO...

ທ່ານຫງວຽນດັງຕ້ຽນ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ VOVກ່າວຄຳເຫັນທີ່ພິທີ (vovworld)- ວັນທີ 10/2, ຢູ່ຮ່າໂນ້ຍ, ວິທະຍຸກະຈາຍສຽງຫວຽດນາມ VOV ໄດ້ສົມທົບກັບຫ້ອງການ UNESCO ປະຈຳຫວຽດນາມຈັດພິທີສະເຫຼີມສະຫຼອງ ວັນກະຈາຍສຽງໂລກປີ 2015. ຫົວເລື່ອງຂອງ ວັນກະຈາຍສຽງໂລກປີນີ້ແມ່ນ “ຊາວໜຸ່ມ ແລະ ກະຈານສຽງ”. ກ່າວຄຳເຫັນທີ່ພິທີ ທ່ານຫງວຽນດັງຕ້ຽນ ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ VOV ຊີ້ແຈ້ງວ່າ : “ ວັນກະຈາຍສຽງໂລກ ກໍແມ່ນເວທີ່ປາໄສເພື່ອຜູກຮັດ ແລະ ຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງບັນດາສະຖານີວິທະຍຸໃນໂລກ ກໍຄືເພີ່ມທະວີຄວາມສາມາດສຳພັດກັບຂໍ້ມູນຂ່າວສານ ແລະ ສົ່ງເສີມການພັດທະນາຂອງສື່ມວນຊົນໃນຍຸກປະຈຸບັນ. ວັນກະຈາຍສຽງໂລກປີນີ້ ແມ່ນໂອກາດເພື່ອໃຫ້ຊາວໜຸ່ມມີໂອກາດແລກປ່ຽນ, ສືບຕໍ່ຢືນຢັນທີ່ຕັ້ງບົດບາດ ແລະ ສຽງເວົ້າຂອງຕົນ, ຊ່ວຍພັດທະນາບັນດາແນວຄວາມຄິດ, ຂໍ້ລິເລີ່ມ, ທັດສະນະ ແລະ ນຳພະລັງແຮງໃໝ່ໃຫ້ແກ່ຂົງເຂດກະຈາຍສຽງ ” ສ່ວນທ່ານນາງ Muller – Marin ຫົວໜ້າຜູ້ຕາງໜ້າອົງການ UNESCO ປະຈຳຫວຽດນາມ ຖືວ່າ “ ຊາວໜຸ່ມກວມເອົາອັດຕາສ່ວນຢ່າງສູງໃນຈຳນວນຜູ້ຟັງວິທະຍຸ ແລະ ພວກເຮົາຕ້ອງຮັບປະກັນວ່າ ເຂົາເຈົາ້ສືບຕໍ່ ຟັງວິທະຍຸເປັນປະຈຳ. ກະຈາຍສຽງແມ່ນພາຫະນະສື່ມວນຊົນດຶງດູດໄວໜຸ່ມເຂົ້າຮ່ວມ ບໍ່ພຽງແຕ່ໃນຖານະເປັນບັນດາຜູ້ຟັງເທົ່ານັ້ນ, ຫາກຍັງແມ່ນບັນດາຜູ້ຜະລິດ ແລະ ສ້າງເນື້ອໃນຂອງການເຄື່ອນໄຫວນີ້. ”
TAG
vov/vovworld/ກະຈາຍສຽງ
Related






